ອານຸໄຊ ສະຫວັດ

ASEAN

asean.org

memory of Laos

laomemo

ລັດຖະທຳມະນູນແຫ່ງສປປລາວ ມີ 11 ໝວດ 98 ມາດຕາ

ໝວດທີ I ລະບອບການເມືອງ
ມາດ​ຕາ​ 1. ສາ​ທາ​ລະ​ນະ​ລັດ​ ປະ​ຊາ​ທິ​ປະ​ໄຕ​ ປະ​ຊາ​ຊົນ​ລາວ​ ເປັນ​ປະ​ເທດ​ເອ​ກະ​ລາດ​, ມີ​ອໍາ​ນາດ​ອະ​ທິ​ປະ​ໄຕ​ ແລະ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ ລ​ວມ​ທັງ​ເຂດ​ນ່ານ​ນໍ້າ​ ແລະ​ນ່ານ​ຟ້າ​; ເປັນ​ປະ​ເທດ​ເອ​ກະ​ພາບ​ຂອທຸກ​ຊົນ​ເຜົ່າ​ ທີ່​ຕັດ​ແຍກ​ອອກ​ຈາກ​ກັນ​ບໍ່​ໄດ້.
ມາດ​ຕາ​ 2. ລັດ​ແຫ່ງ​ສາ​ທາ​ລະ​ນະ​ລັດ​ ປະ​ຊາ​ທິ​ປະ​ໄຕ​ ປະ​ຊາ​ຊົນ​ລາວ ແມ່ນ​ລັດ​ປະ​ຊາ​ທິ​ປະ​ໄຕ​ປະ​ ຊາ​ຊົນ​. ອໍາ​ນາດ​ທັງ​ໝົດ​ ເປັນ​ຂອງ​ປະ​ຊາ​ຊົນ​, ໂດຍ​ປະ​ຊາ​ຊົນ​ ແລະ​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ ຊົນ​ບັນ​ດາ​ເຜົ່າ​ ຊຶ່ງ​ປະກອບ​ດ້ວຍ​ບັນ​ດາ​ຊັ້ນ​ຄົນ​ຢູ່​ໃນ​ສັງ​ຄົມ ໂດຍ​ແມ່ນ​ກໍາ​ມະກອນ​, ກະ​ສິກອນ​ ແລະ​ນັກ​ຮຽນ​ຮູ້​ປັນ​ຍາ​ຊົນ​ເປັນ​ຫຼັກ​ແຫຼ່ງ​.
ມາດ​ຕາ​ 3. ສິດ​ເປັນ​ເຈົ້າ​ປະ​ເທດ​ຊາດ​ ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ ໄດ້​ຮັບ​ການ​ປະ​ຕິ​ບັດ​ແລະ​ຮັບ​ປະ​ກັນ​ດ້ວຍ​ການ​ເຄື່ອນ​ໄຫວ​ຂອງ​ລະ​ບົບ​ການ​ ເມືອງ​  ຊຶ່ງ​ມີ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ​ເປັນ​ແກນ​ນໍາ.
ມາດ​ຕາ​ 4(ໃໝ່​). ປະ​ຊາ​ຊົນ​ເປັນ​ຜູ້​ສ້າງ​ຕັ້ງ​ອົງ​ການ​ຕົວ​ແທນ​ແຫ່ງ​ສິດ​ອໍາ​ນາດ​ ແລະ​ຜົນ​ປະ​ໂຫຍດ​ ຂອງ​ຕົນ​ ຊຶ່ງ​ມີ​ຊື່​ວ່າ​ສະ​ພາ​ແຫ່ງ​ຊາດ.ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ ແມ່ນ​ປະ​ຕິ​ບັດ​ຕາມ​ຫຼັກ​ການ​ທົ່ວ​ໄປ​,ສະ​ເໝີ​ພາບ​, ໂດຍ​ກົງ​ ແລະ​ລົງ​ຄະ​ແນນ​ສຽງ​ປິດ​ລັບ​.ຜູ້​ປ່ອນ​ບັດ​ເລືອກ​ຕັ້ງ​ມີ​ສິດ​ສະ​ເໜີ​ປົດ​ ຜູ້​ແທນ​ຂອງ​ຕົນ​ໄດ້​ ຖ້າ​ຫາກ​ເຫັນ​ວ່າ​ມີ​ການ​ປະ​ພຶດ​ຕົນ​ບໍ່​ສົມ​ກຽດ​ສັກ​ສີ​ ແລະ​ຂາດ​ຄວາມ​ໄວ້​ວາງ​ໃຈ​ຈາກ​ປະ​ຊາ​ຊົນ​.                     
ມາດ​ຕາ​ 5. ສະ​ພາ​ແຫ່ງ​ຊາດ​ ແລະ​ທຸກ​ອົງ​ການ​ຂອງ​ລັດ​ໄດ້​ຮັບ​ການ​ຈັດ​ຕັ້ງ​ ແລະ​ເຄື່ອນ​ໄຫວ​ຕາມ​ຫຼັກ​ການ​ລ​ວມ​ສູນ​ປະ​ຊາ​ທິ​ປະ​ໄຕ.
ມາດ​ຕາ​ 6. ລັດ​ປົກ​ປ້ອງ​ສິດ​ອິດ​ສະ​ລະ​ພາບ​ ແລະ​ສິດ​ປະ​ຊາ​ທິ​ປະ​ໄຕ​ຂອງ​ປະ​ຊາ​ຊົນ​ ທີ່​ບໍ່​ມີ​ໃຜ​ຈະ​ລ່​ວງ​ລະ​ເມີດ​ໄດ້. ທຸກ​ອົງ​ການ​ ແລະ​ພະ​ນັກ​ງານ​ຂອງ​ລັດ ຕ້ອງ​ໂຄ​ສະ​ນາ​ອົບ​ຮົມ​ບັນ​ດາ​ນະ​ໂຍ​ບາຍ​ ແລະ​ລະ​ບຽບ​ກົດ​ໝາຍ​ໃຫ້​ປະ​ຊາ​ຊົນ​ ແລະ​ພ້ອມ​ກັນ​ຈັດ​ຕັ້ງ​ປະ​ຕິ​ບັດ​ ເພື່ອ​ຮັບ​ປະ​ກັນ​ສິດ​ ແລະ​ຜົນ​ປະ​ໂຫຍດ​ອັນ​ຊອບ​ທໍາ​ຂອງ​ປະ​ຊາ​ຊົນ​. ຫ້າມ​ທຸກ​ການ​ກະ​ທໍາ​ແບບ​ອາດ​ຍາ​ສິດ​, ຂົ່ມ​ຂູ່​ ອັນ​ຈະ​ກໍ່​ຄວາມ​  ເສຍ​ຫາຍ ເຖິງ​ກຽດ​ສັກ​ສີ​, ຮ່າງ​ກາຍ​, ຊີ​ວິດ​, ຈິດ​ໃຈ​ ແລະ​ຊັບ​ສົມ​ບັດ​ຂອງ​ປະ​ຊາ​ຊົນ​.
ມາດ​ຕາ​ 7. ແນວ​ລາວ​ສ້າງ​ຊາດ​, ສະ​ຫະ​ພັນ​ກໍາ​ມະ​ບານ​ລາວ​, ຄະ​ນະ​ຊາວ​ໜຸ່ມ​ປະ​ຊາ​ຊົນ​ປະ​ຕິ​ ວັດ​ລາວ​, ສະ​ຫະ​ພັນ​ແມ່​ຍິງ​ລາວ​ ແລະ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສັງ​ຄົມ ເປັນ​ບ່ອນ​ເຕົ້າ​ໂຮມ​ຄວາມ​ສາ​ ມັກ​ຄີ ແລະ​ປຸກ​ລະ​ດົມ​ບັນ​ດາ​ຊັ້ນ​ຄົນ​ຂອງ​ທຸກ​ຊົນ​ເຜົ່າ​ເຂົ້າ​ຮ່​ວມ​ໃນ​ພາ​ລະ​ ກິດ​ປົກ​ປັກ​ຮັກ​ສາ​ ແລະ​ສ້າງ​ສາ​ປະ​ເທດ​ຊາດ​, ເສີມ​ຂະ​ຫຍາຍ​ສິດ​ເປັນ​ເຈົ້າ​ຂອງ​ປະ​ຊາ​ຊົນ​, ປົກ​ປັກ​ຮັກ​ສາ​ສິດ​  ແລະ​ຜົນ​ປະ​ໂຫຍດ​ ອັນ​ຊອບ​ທໍາ​ຂອງ​ສະ​ມາ​ຊິກ​ໃນ​ອົງ​ການ​ຈັດ​ຕັ້ງ​ຂອງ​ຕົນ​.
ມາດ​ຕາ​ 8. ລັດ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ສາ​ມັກ​ຄີ​  ແລະ​ສະ​ເໝີ​ພາບ​ລະ​ຫວ່າງ​ຊົນ​ເຜົ່າ​ຕ່າງໆ. ທຸກ​ຊົນ​ເຜົ່າ​ລ້ວນ​ແຕ່​ມີ​ສິດ​ປົກ​ປັກ​ຮັກ​ສາ​, ເສີມ​ຂະ​ຫຍາຍ​ຮີດ​ຄອງ​ປະ​ເພ​ນີ​ ແລະ​ວັດ​ທະ​ນະ​ທໍາ​ອັນ​ດີ​ງາມ​ຂອງ​ຕົນ ແລະ​ຂອງ​ຊາດ​. ຫ້າມ​ທຸກ​ການ​ກະ​ທໍາ​ແບ່ງ​ແຍກ​ ແລະ​ການ​ປະ​ພຶດ​ຈໍາ​ແນກ​ລະ​ຫວ່າງ​ຊົນ​ເຜົ່າ.ລັດ​ປະ​ຕິ​ບັດ​ທຸກ​ມາດ​ຕະ​ການ​ ເພື່ອ​ຂະ​ຫຍາຍ​ ແລະ​ຍົກ​ລະ​ດັບ​ເສດ​ຖະ​ກິດ​-ສັງ​ຄົມ​ຂອງ​ທຸກ​ຊົນ​ເຜົ່າ​ໃຫ້​ສູງ​ຂຶ້ນ.
ມາດ​ຕາ​ 9 (ໃໝ່​). ລັດ​ເຄົາ​ລົບ​ ແລະ​ປົກ​ປ້ອງ​ການ​ເຄື່ອນ​ໄຫວ​ອັນ​ຖືກ​ກົດ​ໝາຍ​ຂອງ​ພຸດ​ທະ​ສາ​ສະ​ ນິ​ກະ​ຊົນ​ ແລະ​ສາ​ສະ​ນິ​ກະ​ຊົນ​ອື່ນ​. ປຸກ​ລະ​ດົມ​ສົ່ງ​ເສີມ​ພະ​ພິກ​ຂຸ​ສາ​ມະ​ເນນ​ ແລະ​ນັກບ​ວດ​ຂອງ​ສາ​ສະ​ ໜາ​ໃຫ້​ເຂົ້າ​ຮ່​ວມ​ ໃນ​ການ​ເຄື່ອນ​ໄຫວ​ທີ່​ເປັນ​ປະ​ໂຫຍດ​ແກ່​ປະ​ເທດ​ຊາດ​ ແລະ​ປະ​ຊາ​ຊົນ​. ຫ້າມ​ທຸກ​ ການ​ກະ​ທໍາ​ ທີ່​ເປັນ​ການ​ແບ່ງ​ແຍກ​ສາ​ສະ​ໜາ​, ແບ່ງ​ແຍກ​ປະ​ຊາ​ຊົນ​
ມາດ​ຕາ​ 10 (ໃໝ່່​). ລັດ​ຄຸ້ມ​ຄອງ​ສັງ​ຄົມ​ດ້ວຍ​ລັດ​ຖະ​ທໍາ​ມະ​ນູນ​ ແລະ​ກົດ​ໝາຍ​. ອົງ​ການ​ຈັດ​ຕັ້ງ ຂອງ​ພັກ​, ລັດ​, ແນວ​ລາວ​ສ້າງ​ຊາດ​, ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ​, ອົງ​ການ​ຈັດ​ຕັ້ງ​ສັງ​ຄົມ​ ແລະ​ພົນ​ລະ​ເມືອງ​ທຸກ​ຄົນ​ຕ້ອງ​ເຄົາ​ລົບ​ ແລະ​ປະ​ຕິ​ບັດ​ລັດ​ຖະ​ທໍາ​ມະ​ນູນ​ ແລະ​ກົດ​ໝາຍ​ຢ່າງ​ເຂັ້​ມງ​ວດ​.
ມາດ​ຕາ​ 11 (ໃໝ່​). ລັດ​ປະ​ຕິ​ບັດ​ແນວ​ທາງ​, ນະ​ໂຍ​ບາຍ​ປ້ອງ​ກັນ​ຊາດ​-ປ້ອງ​ກັນ​ຄວາມ​ສະ​ຫ​ງົບ​ທົ່ວ​ປ​ວງ​ຊົນ ແລະ​ຮອບ​ດ້ານ​; ປັບ​ປຸງ​ ແລະ​ກໍ່​ສ້າງ​ກໍາ​ລັງ​ປ້ອງ​ກັນ​ຊາດ​-ປ້ອງ​ກັນ​ຄວາມ​ສະ​ຫ​ງົບ​ ໃຫ້​ເຂັ້ມ ແຂງ​, ມີ​ຄວາມ​ຈົງ​ຮັກ​ພັກ​ດີ​ຕໍ່​ປະ​ເທດ​ຊາດ ແລະ​ຕໍ່​ປະ​ຊາ​ຊົນ​, ມີ​ຄວາມ​ສາ​ມາດ​ປະ​ຕິ​ບັດ​ໜ້າ​ທີ່​ປົກ​ປັກ​ຮັກ​ສາ​ໝາກ​ຜົນ​ຂອງ​ການ​ປະ​ຕິ​ ວັດ​, ຊີ​ວິດ​, ຊັບ​ສິນ​ ແລະ​ການ​ອອກ​ແຮງ​ງານ​ຂອງ​ປະ​ຊາ​ຊົນ​; ປະ ກອບ​ສ່ວນ​ເຂົ້າ​ໃນ​ພາ​ລະ​ກິດ​ພັດ​ທະ​ນາ​ປະ​ເທດ​ຊາດ​ໃຫ້​ຮັ່ງ​ມີ​ເຂັ້ມ​ແຂງ.
ມາດ​ຕາ​ 12. ສາ​ທາ​ລະ​ນະ​ລັດ​ ປະ​ຊາ​ທິ​ປະ​ໄຕ​ ປະ​ຊາ​ຊົນ​ລາວ ປະ​ຕິ​ບັດ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ ສັນ​ຕິ​ພາບ​, ເອ​ກະ​ລາດ​, ມິດ​ຕະ​ພາບ​ ແລະ​ການ​ຮ່​ວມ​ມື​; ຂະ​ຫຍາຍ​ສາຍ​ພົວ​ພັນ ແລະ​ການ​ຮ່​ວມ​ມື​ກັບ​ທຸກ​ປະ​ເທດ​ ບົນ​ຫຼັກ​ການ​ຢູ່​ຮ່​ວມ​ກັນ​ໂດຍ​ສັນ​ຕິ​, ເຄົາ​ລົບ​ເອ​ກະ​ລາດ​, ອະ​ທິ​ປະ​ໄຕ​, ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ກັນ​, ບໍ່​ແຊກ​ແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນ​ຂອງ​ກັນ​, ສະ​ເໝີ​ພາບ​ ແລະ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ​. ສາ​ທາ​ລະ​ນະ​ລັດ​ ປະ​ຊາ​ທິ​ປະ​ໄຕ​ ປະ​ຊາ​ຊົນ​ລາວ​ ສະ​ໜັບ​ສະ​ໜູນ​ການ​ຕໍ່​ສູ້​ຂອງ​ປະ​ຊາ​ຊົນ​ໃນ​ໂລກ​ ເພື່ອ​ສັນ​ຕິ​ພາບ​,ເອ​ກະ​ລາດ​ແຫ່ງ​ຊາດ​,ປະ​ຊາ​ທິ​ປະ​ໄຕ​ແລະ​ຄວາມ​ກ້າວ​ໜ້າ​ ທາງ​ສັງ​ຄົມ​                  ໝວດທີ II ລະບອບເສດຖະກິດ ແລະສັງຄົມ
ມາດ​ຕາ​ 13 (ໃໝ່​). ເສດ​ຖະ​ກິດ​ແຫ່ງ​ຊາດ​ຂອງ​ສາ​ທາ​ລະ​ນະ​ລັດ​ ປະ​ຊາ​ທິ​ປະ​ໄຕ​ ປະ​ຊາ​ຊົນ​ລາວ​ ແມ່ນ​ເສດ​ຖະ​ກິດ​ຫຼາຍ​ພາກ​ສ່ວນ​ທີ່​ຄົງ​ຕົວ​ຢ່າງ​ຍາວ​ນານ​ ຊຶ່ງ​ລ້ວນ​ແຕ່​ໄດ້​ຮັບ​ການ​ສົ່ງ​ເສີມ​ ເພື່ອ​ຂະ​ຫຍາຍ​ກໍາ​ລັງ​ການ​ຜະ​ລິດ​, ເປີ​ດກ​ວ້າງ​ການ​ຜະ​ລິດ​, ທຸ​ລະ​ກິດ ແລະ​ການ​ບໍ​ລິ​ການ​, ຫັນ​ເສດ​ຖະ​ກິດ​ທໍາ​ມະ​ຊາດ​ໄປ​ສູ່​ເສດ​ຖະ​ກິດ​ສິນ​ຄ້າ​, ປະ​ຕິ​ບັດ​ການ​ຫັນ​ເປັນ​ອຸດ​ສາ​ຫະ​ກໍາ​ ແລະ​ການ​ຫັນ​ເປັນ​ທັນ​ສະ​ໄໝ; ເຊື່ອມ​ໂຍງ​ກັບ​ເສດ​ຖະ​ກິດ​ຂອງ​ພາກ​ພື້ນ​ ແລະ​ຂອງ​ໂລກ​, ເຮັດ​ໃຫ້​ເສດ​ຖະ​ກິດ​ແຫ່ງ​ຊາດ​ມີ​ສະ​ຖຽນ​ລະ​ພາບ​ ແລະ​ຂະ​ຫຍາຍ​ຕົວ​ຢ່າງ​ຕໍ່​ເນື່ອງ​, ຍົກ​ລະ​ດັບ​ຊີ​ວິດ​ການ​ເປັນ​ຢູ່​ທາງ​ດ້ານ​ວັດ​ຖຸ​ ແລະ​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ​ໃຫ້​ສູງ​ຂຶ້ນ.  ທຸກ​ພາກ​ສ່ວນ​ເສດ​ຖະ​ກິດ​ລ້ວນ​ແຕ່​ມີ​ຄວາມ​ສະ​ເໝີ​ພາບ​ຕໍ່​ໜ້າ​ກົດ​ໝາຍ​ ແລະ​ເຄື່ອນ​ໄຫວ​ຕາມ​ກົນ​ໄກ​ເສດ​ຖະ​ກິດ​ຕະ​ຫຼາດ​,ທັັງ​ແຂ່ງ​ຂັນ​ ແລະ​ຮ່​ວມ​ມື​ກັນ​ຂະ​ຫຍາຍ​ການ​ຜະ​ລິດ​, ທຸ​ລະ​ກິດ ພາຍ​ໃຕ້​ການ​ດັດ​ສົມ​ຂອງ​ລັດ​ຕາມ​ທິດ​ສັງ​ຄົມນ​ຍົມ.
ມາດ​ຕາ​ 14 (ໃໝ່​). ລັດ​ສົ່ງ​ເສີມ​ທຸກ​ພາກ​ສ່ວນ​ເສດ​ຖະ​ກິດ​ພາຍ​ໃນ​ປະ​ເທດ​ ລົງ​ທຶນ​ເຂົ້າ​ໃນ​ການ​ຜະ​ລິ​ດ​,ທຸ​ລະ​ກິດ​ ແລະ​ການ​ບໍ​ລິ​ການ​,ປະກອບ​ສ່ວນ​ເຂົ້າ​ໃນ​ການ​ຫັນ​ເປັນ​ອຸດ​ສາ​ຫະ​ກໍາ​ ແລະ​ການ​ຫັນ​ເປັນ​ທັນ​ສະ​ໄໝ,ເຮັດ​ໃຫ້​ເສດ​ຖະ​ກິດ​ແຫ່ງ​ຊາດ​ເຕີບ​ໃຫຍ່​ເຂັ້ມ​ ແຂງ.
ມາດ​ຕາ 15 (ໃໝ່​). ລັດ​ສົ່ງ​ເສີມ​ການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ​ຢູ່​ສາ​ທາ​ລະ​ນະ​ລັດ​ ປະ​ຊາ​ທິ​ປະ​ໄຕ​ ປະ​ຊາ​ຊົນ​ລາວ​,ສ້າງ​ສິ່ງ​ແວດ​ລ້ອມ​ອໍານວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ນໍາ​ເອົາ ​ທຶນ​, ເຕັກ​ໂນ​ໂລ​ຢີ​ແລະ​ການ​ຄຸ້ມ​ຄອງ​ທີ່​ກ້າວ​ໜ້າ​ເຂົ້າ​ສູ່​ຂະບວນ​ການ​ຜະ​ລິດ​ ,ທຸ​ລະ​ກິດ​ ແລະ​ການ​ບໍ​ລິ​ການ.
ຊັບ​ສົມ​ບັດ​ ແລະ​ທຶນ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຂອງ​ຜູ້​ລົງ​ທຶນ​ຢູ່​ ສາ​ທາ​ລະ​ນະ​ລັດ​ ປະ​ຊາ​ທິ​ປະ​ໄຕ​ ປະ​ຊາ​ຊົນ​ລາວ​ ຈະ​ບໍ່​ຖືກ​ເກັບ​ເກນ​, ບໍ່​ຖືກ​ຍຶດ​ ຫຼື​ໂອນ​ເປັນ​ຂອງ​ລັດ.
ມາດ​ຕາ​ 16. ລັດ​ປົກ​ປ້ອງ​ ແລະ​ເສີມ​ຂະ​ຫຍາຍ​ບັນ​ດາ​ຮູບ​ການ​ກໍາ​ມະ​ສິດ​ຂອງ​ລັດ​, ຂອງ​ລ​ວມ​ໝູ່​, ເອ​ກະ​ເທດ​, ເອ​ກະ​ຊົນ​ພາຍ​ໃນ​ ແລະ​ຕ່າງ​ປະ​ເທດ​ທີ່​ລົງ​ທຶນ​ຢູ່​ ສາ​ທາ​ລະ​ນະ​ລັດ​ ປະ​ຊາ​ທິ​ປະ​ໄຕ​ ປະ ຊາ​ຊົນ​ລາວ.
ມາດ​ຕາ​ 17(ໃໝ​່​). ລັດ​ປົກ​ປ້ອງ​ສິດ​ກ່ຽວ​ກັບ​ກໍາ​ມະ​ສິດ​ (ສິດ​ຄອບ​ຄອງ​, ສິດ​ນໍາ​ໃຊ້​, ສິດ​ໄດ້​ຮັບ​ ໝາກ​ຜົນ​, ສິດ​ຊີ້​ຂາດ​) ແລະ​ສິດ​ສືບ​ທອດ​ຊັບ​ສົມ​ບັດ​ຂອງ​ການ​ຈັດ​ຕັ້ງ​ ແລະ​ຂອງ​ບຸກ​ຄົນ. ສໍາ​ລັບ​ທີ່​ດິນ​ແມ່ນ​ເປັນ​ກໍາ​ມະ​ສິດ​ຂອງ​ວົງ​ຄະ​ນະ​ຍາດ​ແຫ່ງ​ຊາດ​, ລັດ​ຮັບ​ປະ​ກັນ​ສິດ​ນໍາ​ໃຊ້​, ສິດ​ໂອນ ແລະ​ສິດ​ສືບ​ທອດ​ຕາມ​ກົດ​ໝາຍ.
ມາດ​ຕາ​ 18(ໃໝ​່​). ລັດ​ຄຸ້ມ​ຄອງ​ເສດ​ຖະ​ກິດ​ ຕ​າມ​ກົນ​ໄກ​ເສດ​ຖະ​ກິດ​ຕະ​ຫຼາດ​ທີ່​ມີ​ການ​ດັດ​ສົມ​ຂອງ​ລັດ​, ປະ​ຕິ​ບັດ​ຫຼັກ​ການ​ສົມ​ທົບ​ການ​ຄຸ້ມ​ຄອງ​ລ​ວມ​ສູນ​ ເປັນ​ເອ​ກະ​ພາບ​ຂອງ​ຂະ​ແໜງ​ການ​ສູນ​ກາງ​ກັບ​ການ​ແບ່ງ​ຄວາມ​ຮັບ​ຜິດ​ຊອບ​ຄຸ້ມ ​ຄອງ​ໃຫ້​ທ້ອງ​ຖິ່ນ​ ຕາມ​ລະ​ບຽບ​ກົດ​ໝາຍ.
ມາດ​ຕາ​ 19. ທຸກ​ອົງ​ການ​ຈັດ​ຕັ້ງ​ ແລະ​ພົນ​ລະ​ເມືອງ​ທຸກ​ຄົນ​ ຕ​້ອງ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​, ປົກ​ປັກ​ຮັກ​ສາ​ຊັບ​ພະ​ຍາກອນ​ທໍາ​ມະ​ຊາດ​: ໜ້າ​ດິນ​, ພື້ນ​ດິນ​, ປ່າ​ໄມ້​, ສັດ​, ແຫຼ່ງ​ນໍ້າ ແລະ​ອາ​ກາດ.
ມາດ​ຕາ​ 20(ໃໝ່​). ສາ​ທາ​ລະ​ນະ​ລັດ​ ປະ​ຊາ​ທິ​ປະ​ໄຕ​ ປະ​ຊາ​ຊົນ​ລາວ​ ປ​ະ​ຕິ​ບັດ​ນະ​ໂຍ​ບາຍ​ເປີດ​ ກ​ວ້າງ​ການ​ພົວ​ພັນ​ຮ່​ວມ​ມື​ເສດ​ຖະ​ກິດ​ກັບ​ຕ່າງ​ປະ​ເທດ​ ໂດຍ​ນໍາ​ໃຊ້​ຮູບ​ການ​ສໍາ​ພັນ​ເສດ​ຖະ​ກິດ​ແບບ​ຫຼາຍ​ທິດ​, ຫຼາຍ​ຝ່າຍ​, ຫຼາຍ​ຮູບ​ແບບ​ ບົນ​ຫຼັກ​ການ​ເຄົາ​ລົບ​ເອ​ກະ​ລາດ​, ອະ​ທິ​ປະ​ໄຕ​ ຂອງ​ກັນ​, ສະ​ເໝີ​ພາບ​ ແລະ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ.
ມາດ​ຕາ 21(ໃໝ່​). ລັດ​ໃຫ້​ຄວາມ​ສໍາ​ຄັນ​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ ຕ​ິດ​ພັນ​ກັບ​ການ​ພັດ​ທະ​ນາ​ ວັດ​ທະ​ນະ​ທໍາ​-ສັງ​ຄົມ​ ໂດຍ​ໃຫ້​ບູ​ລິ​ມະ​ສິດ​ແກ່​ການ​ພັດ​ທະ​ນາ​ຊັບ​ພະ​ຍາກອນ​ມະ​ນຸດ.       
ມາດ​ຕາ​ 22(ໃໝ່​). ລັດ​ເອົາ​ໃຈ​ໃສ່​ປະ​ຕິ​ບັດ​ນະ​ໂຍ​ບາຍ​ພັດ​ທະ​ນາ​ການ​ສຶກ​ສ​າ​, ປະ​ຕິ​ບັດ​ລະບອບ​ ການ​ສຶກ​ສາ​ຊັ້ນ​ປະ​ຖົມ​ແບບ​ບັງ​ຄັບ​ ເພື່ອ​ສ້າງ​ຄົນ​ລາວ​ໃຫ້​ເປັນ​ພົນ​ລະ​ເມືອງ​ດີ​, ມີ​ຄຸນ​ສົມ​ບັດ​ສິນ​ທໍາ​ ປະ​ຕິ​ວັດ​, ມີ​ຄວາມ​ຮູ້​ ແລະ​ຄວາມ​ສາ​ມາດ.  
ລັດ ແລະ​ທົ່ວ​ສັງ​ຄົມ​ ຕ​ັ້ງ​ໜ້າ​ພັດ​ທະ​ນາ​ການ​ສຶກ​ສາ​ແຫ່ງ​ຊາດ​ໃຫ້​ມີ​ຄຸນ​ນະ​ພາບ​, ສ້າງ​ໂອ ກາດ​ ແລະ​ເງື່ອນ​ໄຂ​ໃຫ້​ປະ​ຊາ​ຊົນ​ໄດ້​ຮັບ​ການ​ສຶກ​ສາ​ຢ່າງ​ທົ່ວ​ເຖິງ​ ໂດຍ​ສະ​ເພາະ​ປະ​ຊາ​ຊົນ​ທີ່​ຢູ່​ເຂດ​ຫ່າງ​ໄກ​ສອກ​ຫຼີກ​, ຊົນ​ເຜົ່າ​, ແມ່​ຍິງ​, ເດັກ​ນ້ອຍ ແລະ​ຜູ້​ດ້ອຍ​ໂອ​ກາດ.  
ລັດ​ສົ່ງ​ເສີມ​ ແລະ​ຊຸກ​ຍູ້​ໃຫ້​ເອ​ກະ​ຊົນ​ລົງ​ທຶນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ການ​ສຶກ​ສາ​ແຫ່ງ​ຊາດ​ຕາມ​ກົດ​ໝາຍ.
ມາດ​ຕາ 23(ໃໝ່​). ລັດ​ສົ່ງ​ເສີມ​ການ​ອະ​ນຸ​ລັກ​ວັດ​ທະ​ນະ​ທໍາ​ ທີ່​ເປັນ​ເອ​ກະ​ລັກ​ ແລະ​ເປັນ​ມູນ​ເຊື້ອ​ອັນ​ ດີ​ງາມ​ຂອງ​ຊາດ​ ແລະ​ຂອງ​ຊົນ​ເຜົ່າ​ ສົມ​ທົບ​ກັບ​ການ​ຮັບ​ເອົາ​ວັດ​ທະ​ນະ​ທໍາ​ທີ່​ກ້າວ​ໜ້າ​ຂອງ​ໂລກ​ຢ່າງ​ ມີ​ການ​ເລືອກ​ເຟັ້ນ.
ລັດ​ສົ່ງ​ເສີມ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທໍ​າ​, ສິນ​ລະ​ປະ​ວັນ​ນະ​ຄະ​ດີ​, ການ​ປະ​ດິດ​ຄິດ​ແຕ່ງ​, ຄຸ້ມ​ຄອງ ແລະ​ປົກ​ປັກ​ຮັກ​ສາ​ມໍ​ລະ​ດົກ​ທາງ​ດ້ານ​ວັດ​ທະ​ນະ​ທໍາ​, ປະ​ຫວັດ​ສາດ​ ແລະ​ທໍາ​ມະ​ຊາດ​, ບູ ລະ​ນະ​ປະ​ຕິ​ສັງ​ຂອນ​ວັດ​ຖຸ​ບູ​ຮານ​ ແລະ​ປູ​ຊະ​ນີ​ຍະ​ສະ​ຖານ.
ລັດ​ເອົາ​ໃຈ​ໃສ່​ປັບ​ປຸງ​ ແລະ​ຂະ​ຫຍາຍ​ວຽກ​ງານ​ສື່ມວນ​ຊົນ​ ເພື່ອ​ຮັບ​ໃຊ້​ພາ​ລະ​ກິດ​ປົກ​ປັກ​ຮັກ​ ສາ ແລະ​ພັດ​ທະ​ນາ​ປະ​ເທດ​ຊາດ.
ຫ້າມ​ທຸກ​ການ​ເຄື່ອນ​ໄຫວ​ດ້ານ​ວັດ​ທະ​ນະ​ທໍາ​ ຫ​ຼື​ນໍາ​ໃຊ້​ສື່ມວນ​ຊົນ​ ເພ​ື່ອ​ກໍ່​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຜົນ​ປະ​ໂຫຍດ​ຂອງ​ຊາດ​, ທໍາ​ລາຍ​ຮີດ​ຄອງ​ປະ​ເພ​ນີ​ອັນ​ດີ​ງາມ​ ຫຼື​ກຽດ​ສັກ​ສີ​ຂອງ​ຄົນ​ລາວ.
ມາດ​ຕາ​ 24(ໃໝ່​). ລັດ​ເອົາ​ໃຈ​ໃສ່​ສົ່ງ​ເສີມ​ສະ​ຕິ​ປັນ​ຍາ​ ແລະ​ຫົວ​ຄິດ​ປະ​ດິດ​ສ້າງ​ໃນ​ວຽກ​ງານ​ການ​ ຄົ້ນ​ຄ​ວ້າ ແລະ​ການ​ນໍາ​ໃຊ້​ວິ​ທະ​ຍາ​ສາດ​-ເຕັກ​ໂນ​ໂລ​ຢີ​, ປົກ​ປ້ອງ​ຊັບ​ສິນ​ທາງ​ປັນ​ຍາ​ ໄປ​ຄຽງ​ຄູ່​ກັບ​ ການ​ບໍາ​ລຸງ​ ແລະ​ກໍ່​ສ້າງ​ນັກ​ວິ​ທະ​ຍາ​ສາດ​ ເພື່ອ​ຊຸກ​ຍູ້​ການ​ຫັນ​ເປັນ​ອຸດ​ສາ​ຫະ​ກໍາ​ ແລະ​ການ​ຫັນ​ເປັນ​ ທັນ​ສະ​ໄໝ.
ມາດ​ຕາ 25(ໃໝ​່​). ລັດ​ເອົາ​ໃຈ​ໃສ່​ປັບ​ປຸງ​ ແລະ​ຂະ​ຫຍາຍ​ວຽກ​ງານ​ສາ​ທາ​ລະ​ນະ​ສຸກ​ ເພື່ອ​ຮັກ​ສາ​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ.
ລັດ ແລະ​ສັງ​ຄົມ​ຕັ້ງ​ໜ້າ​ກໍ່​ສ້າງ​ ແລະ​ປັບ​ປຸງ​ລະ​ບົບ​ການ​ກັນ​ພະ​ຍາດ​ ແລະ​ປິ່ນ​ປົວ​ຄົນ​ເຈັບ​ຢ່າງ​ທົ່ວ​ເຖິງ​, ສ​້າງ​ເງື່ອນ​ໄຂ​ໃຫ້​ປະ​ຊາ​ຊົນ​ທຸກ​ຄົນ​ໄດ້​ຮັບ​ການ​ເບິ່ງ​ແຍງ​ດ້ານ​ສຸ​ຂະ​ ພາບ​ ໂດຍ​ສະ​ເພາະ​ແມ່ນ​ແມ່​ ແລະ​ເດັກ​ນ້ອຍ​, ປະ​ຊາ​ຊົນ​ຜູ້​ທຸກ​ຍາກ​ ແລະ​ຜູ້​ຢູ່​ເຂດ​ຫ່າງ​ໄກ​ສອກ​ຫຼີກ​ ເພື່ອ​ໃຫ້​ທຸກ​ຄົນ​ມີ​ ສຸ​ຂະ​ພາບ​ດີ.
ລ​ັດ​ສົ່ງ​ເສີມ​ ແລະ​ຊຸກ​ຍູ້​ໃຫ້​ເອ​ກະ​ຊົນ​ລົງ​ທຶນ​ ເປີດ​ການ​ບໍ​ລິ​ການ​ດ້ານ​ສາ​ທາ​ລະ​ນະ​ສຸກ​ ຕາມ ລະ​ບຽບ​ກົດ​ໝາຍ.
ຫ້າມ​ທຸກ​ການ​ບໍ​ລິ​ການ​ດ້ານ​ສາ​ທາ​ລະ​ນະ​ສຸກ​ ທ​ີ່​ບໍ່​ຖືກ​ຕ້ອງ​ຕາມ​ລະ​ບຽບ​ກົດ​ໝາຍ.
ມາດ​ຕາ​ 26(ໃໝ່​). ລັດ​ ແລະ​ສັງ​ຄົມ​ເອົາ​ໃຈ​ໃສ່​ຊຸກ​ຍູ້​, ສົ່ງ​ເສີມ ແລະ​ລົງ​ທຶນ​ເຂົ້າ​ໃນ​ການ​ກິ​ລາ​ກາຍ​ຍະ​ກໍາ​ຂອງ​ມະ​ຫາ​ຊົນ​ ນັບ​ທັງ​ປະ​ເພດ​ກິ​ລາ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີ​ງາມ​ຂອງ​ເຜົ່າ​ຕ່າງໆ​ ແລະ​ກິ​ລາ​ສາ​ ກົນ ເພື່ອ​ຍົກ​ລະ​ດັບ​ຄວາມ​ສາ​ມາດ​ດ້ານ​ການ​ກິ​ລາ​ໃຫ້​ສູງ​ຂຶ້ນ​, ເສີມ​ສ້າງ​ກໍາ​ລັງ​ ແລະ​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ.
ມາດ​ຕາ​ 27 (ໃໝ່​). ລັດ​ ແລະ​ສັງ​ຄົມ​ເອົາ​ໃຈ​ໃສ່​ພັດ​ທະ​ນາ​ສີ​ມື​ແຮງ​ງານ​; ຍົກ​ສູງ​ວິ​ໄນ​ແຮງ​ງານ​, ສົ່ງ​ເສີມ​ວິ​ຊາ​ຊີບ​ ແລະ​ວຽກ​ເຮັດ​ງານ​ທໍາ​ຂອງ​ປະ​ຊາ​ຊົນ​; ປົກ​ປ້ອງ​ສິດ​ ແລະ​ຜົນ​ປະ​ໂຫຍດ​ອັນ​ຊອບ​ທໍາ​ຂອງ​ຜູ້​ອອກ​ແຮງ​ງານ.
ມາດ​ຕາ​ 28(ໃໝ່​). ລັດ​ ແລະ​ສັງ​ຄົມ​ເອົາ​ໃຈ​ໃສ່​ປະ​ຕິ​ບັດ​ນະ​ໂຍ​ບາຍ​ສະ​ຫວັດ​ດີ​ການ​ສັງ​ຄົມ​ເປັນ​ ຢ່າງ​ ດີ ໂດຍ​ສະ​ເພາະ​ຕໍ່​ວິ​ລະ​ຊົນ​ແຫ່ງ​ຊາດ​, ນັກ​ຮົບ​ແຂ່ງ​ຂັນ​, ພະ​ນັກ​ງານ​ບໍາ​ນານ​, ຜູ້​ເສຍ​ອົງ​ຄະ​, ຄອບ​ຄົວ​ຜູ້​ເສຍ​ສະ​ລະ​ຊີ​ວິດ​ ເພື່ອ​ພາ​ລະ​ກິດ​ປະ​ຕິ​ວັດ​ ແລະ​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ປະ​ເທດ​ຊາດ.
ມາດ​ຕາ​ 29 (ໃໝ່​). ລັດ​, ສັງ​ຄົມ​ ແລະ​ຄອບ​ຄົວ​ເອົາ​ໃຈ​ໃສ່​ປະ​ຕິ​ບັດ​ນະ​ໂຍ​ບາຍ​ພັດ​ທະ​ນາ​ ແລະ​ສົ່ງ ເສີມ​ຄວາມ​ກ້າວ​ໜ້າ​ຂອງ​ແມ່​ຍິງ​, ປົກ​ປ້ອງ​ສິດ​ ແລະ​ຜົນ​ປະ​ໂຫຍດ​ຂອງ​ແມ່​ຍິງ​ ແລະ​ເດັກ​ນ້ອຍ.
ມາດ​ຕາ 30(ໃໝ່​). ລັດ​ ແລະ​ສັງ​ຄົມ​ສົ່ງ​ເສີ​ມ​, ພັດ​ທະ​ນາ​ ແລະ​ເປີ​ດກ​ວ້າງ​ການ​ທ່ອງ​ທ່ຽວ​ວັດ​ທະ​ນະ​ ທໍາ​, ປະ​ຫວັດ​ສາດ​ ແລະ​ທໍາ​ມະ​ຊາດ.
ຫ້າມ ​ການ​ທ່ອງ​ທ່ຽວ​ ທ​ີ່​ຈະ​ສ້າງ​ຄວາມ​ເສື່ອມ​ເສຍ​ຕໍ່​ວັດ​ທະ​ນະ​ທໍາ​ອັນ​ດີ​ງາມ​ຂອງ​ຊາດ​ ຫຼື​ຂັດ ກັບ​ລະ​ບຽບ​ກົດ​ໝາຍ​ ຂອງ​ສາ​ທາ​ລະ​ນະ​ລັດ​ ປະ​ຊາ​ທິ​ປະ​ໄຕ​ ປະ​ຊາ​ຊົນ​ລາວ.

ໝວດທີ III ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ

ມາດ​ຕາ​ 31. ພົນ​ລະ​ເມືອງ​ລາວ ມີ​ພັນ​ທະ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ ແລະ​ປ້ອງ​ກັນ​ຄວາມ​ສະ​ຫ​ງົບ​, ປະ​ຕິ​ບັດ​ພັນ​ທະ​ການ​ທະ​ຫານ​ຕາມ​ທີ່​ໄດ້​ກໍາ​ນົດ​ໄວ້​ໃນ​ກົດ​ໝາຍ.
ມາດ​ຕາ​ 32. ຊາວ​ຕ່າງ​ດ້າວ ແລະ​ຜູ້​ບໍ່​ມີ​ສັນ​ຊາດ​ກໍ່​ມີ​ສິດ​ໄດ້​ຮັບ​ການ​ປ້ອງ​ກັນ​ສິດ​ ແລະ​ເສ​ລີ​ພາບ​ຕາມ​ທີ່​ໄດ້​ກໍາ​ນົດ​ໄວ້​ຢູ່​ໃນ​ກົດ​ໝາຍ​ຂອງ​ ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ​ລາວ​, ມີ​ສິດ​ຮ້ອງ​ຟ້ອງ​ຕໍ່​ສານ​ ແລະ​ອົງ​ການ​ທີ່​ກ່ຽວ​ຂ້ອງ​ຂອງ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ​ ລາວ​, ມີ​ພັນ​ທະ​ເຄົາ​ລົບ​ລັດ​ຖະ​ທໍາ​ມະ​ນູນ​ ແລະ​ລະ​ບຽບ​ກົດ​ໝາຍ​ຂອງ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ​ລາວ.
ມາດ​ຕາ​ 33. ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ​ ອະ​ນຸ​ຍາດ​ການ​ລີ້​ໄພ​ໃຫ້​ແກ່​ຄົນ​ຕ່າງ​ປະ​ເທດ ທີ່​ຖືກ​ປາບ​ປາມ ຍ້ອນ​ໄດ້​ທໍາ​ການ​ຕໍ່​ສູ້​ ເພື່ອ​ອິດ​ສະ​ລະ​ພາບ​, ຄວາມ​ເປັນ​ທໍາ​, ສັນ​ຕິ​ພາບ ແລະ​ພາ​ລະ​ກິດ​ວິ​ທະ​ຍາ​ສາດ.
ໝວດທີ IV ສິດ ແລະພັນທະພື້ນຖານຂອງພົນລະເມືອງ
ມາດ​ຕາ​ 34. ພົນ​ລະ​ເມືອງ​ລາວ​ ແມ່ນ​ຜູ້​ທີ່​ມີ​ສັນ​ຊາດ​ລາວ​ ຕາມ​ທີ່​ໄດ້​ກໍາ​ນົດ​ໄວ້​ໃນ​ກົດ​ໝາຍ​.
ມາດ​ຕາ​ 35. ພົນ​ລະ​ເມືອງ​ລາວ​ ໂດຍ​ບໍ່​ຈໍາ​ແນກ​ຍິງ​ຊາຍ​, ຖາ​ນະ​ທາງ​ດ້ານ​ສັງ​ຄົມ​, ລະ​ດັບ​ການ​ສຶກ​ສາ​, ຄວາມ​ເຊື່ອ​ຖື​ ແລະ​ຊົນ​ເຜົ່​າ​  ລ້​ວນ​ແຕ່​ມີ​ຄວາມ​ສະ​ເໝີ​ພາບ​ຕໍ່​ໜ້າ​ກົດ​ໝາຍ​.
ມາດ​ຕາ​ 36(ໃໝ່​). ພົນ​ລະ​ເມືອງ​ລາວ​ຜູ້​ທີ່​ມີ​ອາ​ຍຸ​ແຕ່​ສິບ​ແປດ​ປີ​ຂຶ້ນ​ໄປ​ ມີ​ສິດ​ປ່ອນ​ບັດ​ເລືອກ​ຕັ້ງ​ ແລະ​ຜູ້​ທີ່​ມີ​ອາ​ຍຸ​ແຕ່​ຊາວ​ເອັດ​ປີ​ຂຶ້ນ​ໄປ​ ມີ​ສິດ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ ເວັ້ນ​ເສຍ​ແຕ່​ຜູ້​ເປັນ​ບ້າ​, ເສຍ​ຈິດ​ ແລະ​ຜູ້​ທີ່​ຖືກ​ສານ​ຕັດ​ສິນ​ປົດ​ສິດ​ເລືອກ​ຕັ້ງ​ ແລະ​ສະ​ໝັກ​ຮັບ​ເລືອກ​ຕັ້ງ​.
ມາດ​ຕາ​ 37. ພົນ​ລະ​ເມືອງ​ລາວ​ຍິງ​ຊາຍ​ ມີ​ສິດ​ເທົ່າ​ທຽມ​ກັນ​ ໃນ​ດ້ານ​ການ​ເມືອງ​, ເສດ​ຖະ​ກິດ​, ວັດ​ທະ​ນະ​ທໍາ​-ສັງ​ຄົມ​ ແລະ​ຄອບ​ຄົວ​.
ມາດ​ຕາ​ 38. ພົນ​ລະ​ເມືອງ​ລາວ​ ມີ​ສິດ​ໄດ້​ຮັບ​ການ​ສຶກ​ສາ​ຮໍ່າ​ຮຽນ​, ຍົກ​ສູງ​ຄວາມ​ກ້າວ​ໜ້າ​.
ມາດ​ຕາ​ 39(ໃໝ່​). ພົນ​ລະ​ເມືອງ​ລາວ​ມີ​ສິດ​ເຮັດ​ວຽກ​ ແລະ​ປະກອບ​ອາ​ຊີບ​ທີ່​ບໍ່​ຂັດ​ກັບ​ກົດ​ໝາຍ​. ຜູ້​ອອກ​ແຮງ​ງານ​ມີ​ສິດ​ໄດ້​ຮັບ​ການ​ພັກ​ຜ່ອນ​, ໄດ້​ຮັບ​ການ​ປິ່ນ​ປົວ​ໃນ​ເວ​ລາ​ເຈັບ​ເປັນ​, ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ໃນ​ກໍ​ລະ​ນີ​ທີ່​ໝົດ​ຄວາມ​ສາ​ມາດ​ອອກ​ແຮງ​ງານ​, ເສຍ​ອົງ​ຄະ​, ໃນ​ເວ​ລາ​ເຖົ້າ​ແກ່​ ແລະ​ໃນ​ກໍ​ລະ​ນີ​ອື່ນໆ​ຕາມ​ທີ່​ໄດ້​ກໍາ​ນົດ​ໄວ້​ໃນ​ກົດ​ໝາຍ​.
ມາດ​ຕາ​ 40. ພົນ​ລະ​ເມືອງ​ລາວ​ ມີ​ສິດ​ເສ​ລີ​ພາບ​ໃນ​ການ​ຕັ້ງ​ພູມ​ລໍາ​ເນົາ​ ແລະ​ໃນ​ການ​ໄປ​ມາ​ ຕາມ​ທີ່​ໄດ້​ກໍາ​ນົດ​ໄວ້​ໃນ​ກົດ​ໝາຍ​.
ມາດ​ຕາ​ 41(ໃໝ່​). ພົນ​ລະ​ເມືອງ​ລາວ​ ມີ​ສິດ​ຮ້ອງ​ທຸກ​, ຮ້ອງ​ຟ້ອງ​ແລະ​ສະ​ເໜີ​ຄວາມ​ເຫັນ​ຕໍ່​ອົງ​ການ​ທີ່​ກ່ຽວ​ ຂ້ອງ​ກ່ຽວ​ກັບ​ບັນ​ຫາ​ທີ່​ພົວ​ພັນ​ເຖິງ​ສິດ​ ແລະ​ຜົນ​ປະ​ໂຫຍດ​ລ​ວມ​ ຫຼື​ສິດ​ ແລະ​ຜົນ​ປະ​ໂຫຍດ​ສະ​ ເພາະ​ຂອງ​ຕົນ​.
ຄໍາ​ຮ້ອງ​ທຸກ​, ຄໍາ​ຮ້ອງ​ຟ້ອງ​ ແລະ​ຄວາມ​ເຫັນ​ຂອງ​ພົນ​ລະ​ເມືອງ​ຕ້ອງ​ໄດ້​ຮັບ​ການ​ພິ​ຈາ​ລະ​ນາ​ ແລະ​ແກ້​ໄຂ​ຕາມ​ ທີ່​ໄດ້​ກໍາ​ນົດ​ໄວ້​ໃນ​ກົດ​ໝາຍ​.
ມາດ​ຕາ​ 42(ໃໝ່​). ພົນ​ລະ​ເມືອງ​ລາວ​ມີ​ສິດ​ໂດຍ​ບໍ່​ມີ​ໃຜ​ຈະ​ລ່​ວງ​ລະ​ເມີດ​ໄດ້​ທາງ​ດ້ານ​ຮ່າງ ​ກາຍ​, ກຽດ​ສັກ​ສີ​ ແລະ​ເຄ​ຫະ​ສະ​ຖານ​. ພົນ​ລະ​ເມືອງ​ລາວ​ຈະ​ບໍ່​ຖືກ​ຈັບ​ຕົວ​ ຫຼືກ​ວດ​ຄົ້ນ​ເຄ​ຫະ​ສະ​ຖານ​ ຖ້າ​ຫາກ​ບໍ່​ມີ​ຄໍາ​ສັ່ງ​ຂອງ​ໄອ​ຍະ​ການ​ ຫຼື​ສານ​ປະ​ຊາ​ຊົນ​ ເວັ້ນ​ເສຍ​ແຕ່​ໃນ​ກໍ​ລະ​ນີ​ທີ່​ໄດ້​ກໍາ​ນົດ​ໄວ້​ໃນ​ກົດ​ໝາຍ​.
ມາດ​ຕາ​ 43. ພົນ​ລະ​ເມືອງ​ລາວ​ ມີ​ສິດ​ເສ​ລີ​ພາບ​ໃນ​ການ​ເຊື່ອ​ຖື​ ຫຼື​ບໍ່​ເຊື່ອ​ຖື​ສາ​ສະ​ໜາ​.
ມາດ​ຕາ​ 44. ພົນ​ລະ​ເມືອງ​ລາວ​ ມີ​ສິດ​ເສ​ລີ​ພາບ​ໃນ​ການ​ປາກ​ເວົ້າ​, ຂີດ​ຂຽນ​, ໂຮມ​ຊຸມ​ນຸມ​, ຈັດ​ຕັ້ງ​ ສະ​ມາ​ຄົມ​ ແລະ​ເດີນ​ຂະບວນ​ ທີ່​ບໍ່​ຂັດ​ກັບ​ລະ​ບຽບ​ກົດ​ໝາຍ​.
ມາດ​ຕາ​ 45. ພົນ​ລະ​ເມືອງ​ລາວ​ມີ​ສິດ​ເສ​ລີ​ພາບ​ໃນ​ການ​ຄົ້ນ​ຄ​ວ້າ​ ແລະ​ນໍາ​ໃຊ້​ຄວາມ​ກ້າວ​ໜ້າ​ ທາງ​ ດ້ານ​ວິ​ທະ​ຍາ​ສາດ​, ເຕັກ​ນິກ​ ແລະ​ເຕັກ​ໂນ​ໂລ​ຢີ​, ປະ​ດິດ​ສ້າງ​ສິ​ລະ​ປະ​ວັນ​ນະ​ຄະ​ດີ​ ແລະ​ດໍາ​ເນີນ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທໍາ​ ທີ່​ບໍ່​ຂັດ​ກັບ​ລະ​ບຽບ​ກົດ​ໝາຍ​.
ມາດ​ຕາ​ 46. ລັດ​ປົກ​ປ້ອງ​ສິດ​ ແລະ​ຜົນ​ປະ​ໂຫຍດ​ອັນ​ຖືກ​ກົດ​ໝາຍ​ຂອງ​ພົນ​ລະ​ເມືອງ​ລາວ​ທີ່​ຢູ່​ຕ່າງ​ປະ​ເທດ​.
ມາດ​ຕາ​ 47. ພົນ​ລະ​ເມືອງ​ລາວ​ ມີ​ພັນ​ທະ​ເຄົາ​ລົບ​ລັດ​ຖະ​ທໍາ​ມະ​ນູນ​ ແລະ​ກົດ​ໝາຍ​, ປະ​ຕິ​ບັດ​ລະ​ບຽບ​ການ​ອອກ​ແຮງ​ງານ​, ລະ​ບຽບ​ການ​ດໍາ​ລົງ​ຊີ​ວິດ​ຂອງ​ສັງ​ຄົມ​ ແລະ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ຂອງ​ບ້ານ​ເມືອງ​.
ມາດ​ຕາ​ 48. ພົນນ​ລະ​ເມືອງ​ລາວ​ມີ​ພັນ​ທະ​ເສຍ​ພາ​ສີ​ ແລະ​ສ່ວຍ​ສາ​ອາກອນ​ຕາມ​ລະ​ບຽບ​ກົດ​ໝາຍ​.
ມາດ​ຕາ​ 49. ພົນ​ລະ​ເມືອງ​ລາວ​ ມີ​ພັນ​ທະ​ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ ແລະ​ປ້ອງ​ກັນ​ຄວາມ​ສະ​ຫ​ງົບ​, ປະ​ຕິ​ບັດ​ພັນ​ທະ​ການ​ທະ​ຫານ​ຕາມ​ທີ່​ໄດ້​ກໍາ​ນົດ​ໄວ້​ໃນ​ກົດ​ໝາຍ​.
ມາດ​ຕາ​ 50. ຊາວ​ຕ່າງ​ດ້າວ​ ແລະ​ຜູ້​ບໍ່​ມີ​ສັນ​ຊາດ​ ກໍ​ມີ​ສິດ​ໄດ້​ຮັບ​ການ​ປົກ​ປ້ອງ​ສິດ​ ແລະ​ເສ​ລີ​ພາບ​ ຕາມ​ທີ່​ໄດ້​ກໍາ​ນົດ​ໄວ້​ໃນ​ກົດ​ໝາຍ​ຂອງ​ ສາ​ທາ​ລະ​ນະ​ລັດ​ ປະ​ຊາ​ທິ​ປະ​ໄຕ​ ປະ​ຊາ​ຊົນ​ລາວ​, ມີ​ສິດ​ຮ້ອງ​ຟ້ອງ​ຕໍ່​ສານ​ ແລະ​ອົງ​ການ​ທີ່​ກ່ຽວ​ຂ້ອງ​ຂອງ​ສາ​ທາ​ລະ​ນະ​ລັດ​ ປະ​ຊາ​ທິ​ປະ​ໄຕ​ ປະ​ຊາ​ຊົນ​ລາວ​ມີ​ພັນ​ ທະ​ເຄົາ​ລົບ​ລັດ​ຖະ​ທໍາ​ມະ​ນູນ​ ແລະ​ກົດ​ໝາຍ​ ຂອງ​ສາ​ທາ​ລະ​ນະ​ລັດ​ ປະ​ຊາ​ທິ​ປະ​ໄຕ​ ປະ​ຊາ​ຊົນ​ລາວ​.
ມາດ​ຕາ​ 51. ສາ​ທາ​ລະ​ນະ​ລັດ​ ປະ​ຊາ​ທິ​ປະ​ໄຕ​ ປະ​ຊາ​ຊົນ​ລາວ​ ອະ​ນຸ​ຍາດ​ການ​ລີ້​ໄພ​ໃຫ້​ແກ່​ຄົນ​ຕ່າງ​ປະ​ເທດ​ ທີ່​ຖືກ​ປາບ​ປາມ​ຍ້ອນ​ໄດ້​ທໍາ​ການ​ຕໍ່​ສູ້​ເພື່ອ​ອິດ​ສະ​ລະ​ພາບ​ຄວາມ​ເປັນ​ທໍາ​, ສັນ​ຕິ​ພາບ​ ແລະ​ພາ​ລະ​ກິດ​ວິ​ທະ​ຍາ​ສາດ​.
ໝວດທີ V ສະພາແຫ່ງຊາດ
ມາດ​ຕາ​ 52(ໃໝ່​). ສະ​ພາ​ແຫ່ງ​ຊາດ​ ແມ່ນ​ອົງ​ການ​ຕົວ​ແທນ​ແຫ່ງ​ສິດ​ອໍາ​ນາດ​ ແລະ​ຜົນ​ປະ​ໂຫຍດ​ ຂອງ​ ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​, ເປັນ​ອົງ​ການ​ອໍາ​ນາດ​ແຫ່ງ​ລັດ​ ແລະ​ທັງ​ເປັນ​ອົງ​ການ​ນິ​ຕິ​ບັນ​ຍັດ​  ທີ່​ມີ​ສິດ​ຕົກ​ລົງ​ບັນ​ ຫາ​ພື້ນ​ຖານ​ຂອງ​ປະ​ເທດ​ຊາ​ດ​, ຕິດ​ຕາ​ມກ​ວດ​ກາ​ການ​ເຄື່ອນ​ໄຫວ​ຂອງ​ອົງ​ການ​ບໍ​ລິ​ຫານ​, ສານ​ປະ​ຊາ​ຊົນ​ ແລະ​ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ​.
ມາດ​ຕາ​ 53  (ໃໝ່​). ສະ​ພາ​ແຫ່ງ​ຊາດ​ມີ​ສິດ​ ແລະ​ໜ້າ​ທີ່​ດັ່ງ​ນີ​້​:
1.
ສ້າ​ງ​, ຮັບ​ຮອງ​ເອົາ​ ຫຼື​ປ່ຽນ​ແປງ​ລັດ​ຖະ​ທໍາ​ມະ​ນູນ​.
2.
ພິ​ຈາ​ລະ​ນ​າ​, ຮັບ​ຮອງ​ເອົາ​, ປ່ຽນ​ແປງ​ ຫຼື​ ລົບ​ລ້າງ​ກົດ​ໝາຍ​.
3.
ພິ​ຈາ​ລະ​ນາ​ຮັບ​ຮອງ​ເອົາ​ການ​ກໍາ​ນົດ​, ການ​ປ່ຽນ​ແປງ​ ຫຼື​ ລົບ​ລ້າງ​ພາ​ສີ​ ແລະ​ສ່ວຍ​ສາ​ອາກອນ​.
4.
ພິ​ຈາ​ລະ​ນ​າ​, ຮັບ​ຮອງ​ເອົາ​ແຜນ​ຢຸດ​ທະ​ສາດ​ແຫ່ງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​-ສັງ​ຄົມ​ແລະ​ແຜນ​ ງົບ​ປະ​ມານ​ແຫ່ງ​ລັດ​.
5.
ເລືອກ​ຕັ້ງ​ ຫຼື​ປົດ​ຕໍາ​ແໜ່ງ​ປະ​ທາ​ນ​, ຮອງ​ປະ​ທານ​ ແລະ​ກໍາ​ມະ​ການ​ຄະ​ນະ​ປະ​ຈໍາ​ສະ​ພາ​ແຫ່ງ​ຊາດ​.
6. 
ເລື​ອກ​ຕັ້ງ​ ຫຼື​ປົດ​ຕໍາ​ແໜ່ງ​ປະ​ທານ​ປະ​ເທດ​ ແລະ​ຮອງ​ປະ​ທານ​ປະ​ເທດ​ຕາມ​ການ​ສະ​ເໜີ​ຂອງ​ຄະ​ນ​ະ​ ປ​ະ​ຈໍາ​ສະ​ພາ​ແຫ່ງ​ຊາດ​.
7.
ພິ​ຈາ​ລະ​ນ​າ​, ຮັບ​ຮອງ​ເອົາ​ການ​ສະ​ເໜີ​ແຕ່ງ​ຕັ້ງ​ ຫຼື​ປົດ​ຕໍາ​ແໜ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຕາມ​ການ​ສະ​ ເໜີ​ຂອງ​ປະ​ທານ​ປະ​ເທດ​, ພິ​ຈາ​ລະ​ນາ​, ຮັບ​ຮອງ​ເອົາ​ໂຄງ​ປະກອບ​ກົງ​ຈັກ​ຂອງ​ລັດ​ຖະ​ບານ​, ການ​ແຕ່ງ​ຕັ້ງ​, ການ​ຍົກ​ຍ້າຍ​ ຫຼື​ການ​ປົດ​ຕໍາ​ແໜ່ງ​ສະ​ມາ​ຊິກ​ລັດ​ຖະ​ບານ​ ຕາມ​ການ​ສະ​ເໜີ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​.
8.
ເລືອກ​ຕັ້ງ​ ຫຼື​ ປ​ົດ​ຕໍາ​ແໜ່ງ​ປະ​ທານ​ສານ​ປະ​ຊາ​ຊົນ​ສູງ​ສຸດ​ ແລະ​ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ​ຕາມ​ ການ​ສະ​ເໜີ​ຂອງ​ປະ​ທານ​ປະ​ເທດ​.
9.
ຕົກ​ລົງ​ສ້າງ​ຕັ້ງ​ ຫຼື​ຍຸບ​ເລີກ​ກະ​ຊ​ວງ​, ອົງ​ການ​ທຽບ​ເທົ່າ​ກະ​ຊ​ວງ​, ແຂ​ວງ​ ແລະ​ນະ​ຄອນ​,ຕົກ​ລົງ​ເຂດ​ ແດນ​ຂອງ​ແຂວ​ງ​  ແລະ​ນະ​ຄອນ​ ຕາມ​ການ​ສະ​ເໜີ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​.
10.
ຕົກ​ລົງ​ໃຫ​້​ນິ​ລະ​ໂທດ​ກໍາ​.
11.
ຕົກ​ລົງ​ໃຫ້​ສັດ​ຕະ​ຍາ​ບັນ​ ຫຼື​ ລົບ​ລ້າງ​ສົນ​ທິ​ສັນ​ຍ​າ​,ສ​ັນ​ຍາ​ທີ່​ໄດ້​ເຊັນ​ກັບ​ຕ່າງ​ປະ​ເທດ​ຕາມ​ກົດ​ ໝາຍ​.
12.
ຕົກ​ລົງ​ບັນ​ຫາ​ສົງ​ຄາມ​ ຫຼື​ສັນ​ຕິ​ພາບ​.
13.
ຕິດ​ຕາ​ມກ​ວດ​ກາ​ການ​ເຄົາ​ລົບ​ ແລະ​ປະ​ຕິ​ບັດ​ລັດ​ຖະ​ທໍາ​ມະ​ນູນ​ ແລະ​ກົດ​ໝາຍ​.
14.
ປະ​ຕິ​ບັດ​ສິດ​ ແລະ​ໜ້າ​ທີ່​ອື່ນ​ໆ​ ຕາມ​ທີ່​ໄດ້​ກໍາ​ນົດ​ໄວ້​ໃນ​ກົດ​ໝາຍ​.
ມາດ​ຕາ​ 54(ໃໝ່​). ສະ​ພາ​ແຫ່ງ​ຊາດ​ ແຕ່​ລະ​ຊຸດ​ມີ​ອາ​ຍຸ​ການ​ຫ້າ​ປີ​.
ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ ແມ່ນ​ພົນ​ລະ​ເມືອງ​ລາວ​ເປັນ​ຜູ້​ເລືອກ​ຕັ້ງ​ຕາມ​ລະ​ບຽບ​ການ​ທີ່​ໄດ້​ກໍາ​ ນົດ​ໄວ້​ໃນ​ກົດ​ໝາຍ​.
-
ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຊຸດ​ໃໝ່​ ຕ​້ອງ​ໃຫ້​ແລ້ວ​ຢ່າງ​ຊ້າ​ຫົກ​ສິບ​ວັນ​ ກ່ອນ​ສະ​ ພາ​ແຫ່ງ​ຊາດ​ຊຸດ​ເກົ່າ​ຈະ​ໝົດ​ອາ​ຍຸ​ການ​.
-
ໃນ​ກໍ​ລະ​ນີ​ທີ່​ເກີດ​ສົງ​ຄາມ​ ຫ​ຼື​ດ້ວຍ​ສາຍ​ເຫດ​ອື່ນ​ ຊຶ່ງ​ກໍໍ່​ຄວາມ​ຫຍຸ້ງ​ຍາກ​ໃຫ້​ແກ່​ການ​ເລືອກ​ຕັ້ງ​ນັ້ນ​ ສະ​ພາ​ແຫ່ງ​ຊາດ​ອາດ​ຈະ​ຕໍ່​ອາ​ຍຸ​ການ​ຂອງ​ຕົນ​ກໍ​ໄດ້​ ແຕ່​ຕ້ອງ​ດໍາ​ເນີນ​ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ ຊາດ​ຊຸດ​ໃໝ່​ ຢ່າງ​ຊ້າ​ບໍ່​ໃຫ້​ເກີນ​ຫົກ​ເດືອນ​ ພາຍ​ຫຼັງ​ສະ​ພາບ​ການ​ໄດ້​ກັບ​ຄືນ​ສູ່​ປົກ​ກະ​ຕິ​.     
-
ໃນ​ກໍ​ລະ​ນີ​ທີ່​ມີ​ຄວາມ​ຈໍາ​ເປັນ​ ສ​ະ​ພາ​ແຫ່ງ​ຊາດ​ຈະ​ດໍາ​ເນີນ​ການ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ ກ່ອນ​ການ​ໝົດ​ອາ​ຍຸ​ການ​ຂອງ​ຕົົນ​ກໍ​ໄດ້​ແຕ່​ຕ້ອງ​ໄດ້​ຮັບ​ຄວາມ​ເຫັນ​ດີ​ ຢ່າງ​ໜ້ອຍ​ສອງ​ສ່ວນ​ສາມ​ຂອງ​ຈໍານວນ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ ທີ່​ເຂົ້າ​ຮ່ວ​ມກອງ​ປະ​ຊຸມ​.
ມາດ​ຕາ​ 55. ສະ​ພາ​ແຫ່ງ​ຊາດ​ເລືອກ​ຕັ້ງ​ຄະ​ນະ​ປະ​ຈໍາ​ຂອງ​ຕົນ​ ຊຶ່ງ​ປະກອບ​ດ້ວຍ​ປະ​ທານ​, ຮອງ​ປະ​ທານ​ ແລະ​ກໍາ​ມະ​ການ​ຈໍານວນ​ໜຶ່ງ​.
ປະ​ທານ​ ແລະ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ ເປັນ​ທັງ​ປະ​ທານ​ ແລະ​ຮອງ​ປະ​ທານ​ຄະ​ນະ​ປະ​ ຈໍາ​ສະ​ພາ​ແຫ່ງ​ຊາດ​.
ມາດ​ຕາ​ 56(ໃໝ່​). ຄະ​ນະ​ປະ​ຈໍາ​ສະ​ພາ​ແຫ່ງ​ຊາດ​ ແມ່ນ​ອົງ​ການ​ປະ​ຈໍາ​ການ​ຂອງ​ສະ​ພາ​ແຫ່ງ​ຊາ​ດ​, ປະ​ຕິ​ບັດ​ໜ້າ​ທີ່​ແທນ​ສະ​ພາ​ແຫ່ງ​ຊາດ​ ໃນ​ເວ​ລາ​ທີ່​ສະ​ພາ​ແຫ່ງ​ຊາດ​ບໍ່​ໄດ້​ເປີ​ດ​ ກອງ​ປະ​ຊຸມ​.
ຄະ​ນະ​ປະ​ຈໍາ​ສະ​ພາ​ແຫ່ງ​ຊາດ​ມີ​ສິດ​ ແລະ​ໜ້າ​ທີ່​ດັ່ງ​ນີ​້​:
-
ກະ​ກຽມກອງ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາດ​ ແລະ​ຮັບ​ປະ​ກັນ​ໃຫ້​ສະ​ພາ​ແຫ່ງ​ຊາດ​ ປະ​ຕິ​ບັດ​ແຜນ​ ການ​ທີ່​ໄດ້​ກໍາ​ນົດ​ໄວ້​.
-
ຕີ​ຄວາມ​ໝາຍ​ ແລະ​ອະ​ທິ​ບາຍ​ລັດ​ຖະ​ທໍາ​ມະ​ນູນ​ ແລະ​ກົດ​ໝາຍ​ຕ່າງໆ​.
-
ຕິດ​ຕາ​ມກ​ວດ​ກາ​ການ​ເຄື່ອນ​ໄຫວ​ຂອງ​ອົງ​ການ​ບໍ​ລິ​ຫາ​ນ​, ສານ​ປະ​ຊາ​ຊົນ​ ແລະ​ອົງ​ການ​ ໄອ​ຍະ​ການ​ປະ​ຊາ​ຊົນ​ ໃນ​ເວ​ລາ​ທີ່​ສະ​ພາ​ແຫ່ງ​ຊາດ​ບໍ່​ໄດ້​ເປີ​ດກອງ​ປະ​ຊຸມ​.
-
ແຕ່ງ​ຕັ້​ງ​, ຍົກ​ຍ້າຍ​ ຫຼື​ ປົດ​ຕໍາ​ແໜ່ງ​ຜູ້​ພິ​ພາກ​ສາ​ຂອງ​ສານ​ປະ​ຊາ​ຊົນ​ທຸກ​ຂັ້ນ​ ແລະ​ຜູ້​ພິ​ພາກ​ສາ​ຂອງ​ສານ​ທະ​ຫານ​.
-
ຮຽກ​ໂຮ​ມກອງ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາດ​.
-
ປະ​ຕິ​ບັດ​ສິດ​ ແລະ​ໜ້າ​ທີ່​ອື່ນໆ​ ຕ​າມ​ທີ່​ໄດ້​ກໍາ​ນົດ​ໄວ້​ໃນ​ກົດ​ໝາຍ​.
ມາດ​ຕາ​ 57. ສະ​ພາ​ແຫ່ງ​ຊາດ​ເປີ​ດກອງ​ປະ​ຊຸມ​ສະ​ໄໝສາ​ມັນ​ປີ​ລະ​ສອງ​ເທື່ອ​ ໂດຍ​ແມ່ນ​ຄະ​ນະ​ປະ​ ຈ​ໍາ​ສະ​ພາ​ແຫ່ງ​ຊາດ​ເປັນ​ຜູ້​ຮຽກ​ໂຮມ​.ຄະ​ນະ​ປະ​ຈໍາ​ສະ​ພາ​ແຫ່ງ​ຊາດ​ ອ​າດ​ຈະ​ຮຽກ​ໂຮ​ມກອງ​ປະ​ຊຸມ​ສະ​ໄໝວິ​ສາ​ມັນ​ກໍ​ໄດ້​ ຖ້າ​ຫາກ​ເຫັນ​ວ່າ​ມີ​ຄວາມ​ຈໍາ​ເປັນ​.
ມາດ​ຕາ​ 58. ກອງ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາດ​ຈະ​ດໍາ​ເນີນ​ໄດ້​ ກ​ໍ​ຕໍ່​ເມື່ອ​ຫາກ​ມີ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ ຊາດ​ເຂົ້າ​  ຮ່​ວມ​ຫຼາ​ຍກ​ວ່າ​ເຄິ່ງ​ໜຶ່ງ​ຂອງ​ຈໍານວນ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ທັງ​ໝົດ​ .
ມະ​ຕິ​ຂອ​ງກອງ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາດ​ ຈ​ະ​ມີ​ຄຸນ​ຄ່າ​ໄດ້​ກໍ​ຕໍ່​ເມື່ອ​ໄດ້​ຮັບ​ຄະ​ແນນ​ສຽງ​ຫຼາ​ຍກ​ວ່າ​ເຄິ່ງ​ໜຶ່ງ ​ຂອງ​ຈໍານວນ​ສະ​ມາ​ຊິກ​ທີ່​ເຂົ້າ​ຮ່ວ​ມກອງ​ປະ​ຊຸມ​ ເວັ້ນ​ເສຍ​ແຕ່​ກໍ​ລະ​ນີ​ທີ່​ໄດ້​ກໍາ​ນົດ​ໄວ້​ໃນ​ມາດ​ຕາ​ 54, 66 ແລະ​ມາດ​ຕາ​ 97 ຂອງ​ລັດ​ຖະ​ທໍາ​ມະ​ນູນ​.
ມາດ​ຕາ​ 59 (ໃໝ່​). ອົງ​ການ​ຈັດ​ຕັ້ງ​ ແລະ​ບຸກ​ຄົນ​ທີ່​ມີ​ສິດ​ສະ​ເໜີ​ສ້າງ​ຮ່າງ​ກົດ​ໝາຍ​ມີ​ດັ່ງ​ນີ້​:
1.
ປະ​ທານ​ປະ​ເທດ​.
2.
ຄະ​ນະ​ປະ​ຈໍາ​ສະ​ພາ​ແຫ່ງ​ຊາດ​.
3.
ລັດ​ຖະ​ບານ​.
4.
ສານ​ປະ​ຊາ​ຊົນ​ສູງ​ສຸດ​.
5.
ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ​.
6.
ແນວ​ລາວ​ສ້າງ​ຊາດ​ ແລະ​ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ​ຂັ້ນ​ສູນ​ກາງ​.
ມາດ​ຕາ​ 60. ກົດ​ໝາຍ​ທີ່​ສະ​ພາ​ແຫ່ງ​ຊາດ​ໄດ້​ຮັບ​ຮອງ​ເອົາ​ແລ້ວ​ນັ້ນ​ ຕ້ອງ​ໄດ້​ປະ​ກາດ​ໃຊ້​ໂດຍ​ປະ​ ທານ​ປະ​ເທດ​ ຢ່າງ​ຊ້າ​ບໍ່​ໃຫ້​ເກີນ​ສາມ​ສິບ​ວັນ​ ນັບ​ແຕ່​ວັນ​ໄດ້​ຮັບ​ຮອງ​ເປັນ​ຕົ້ນ​ໄປ​. ໃນ​ໄລ​ຍະ​ເວ​ລາ​ດັ່ງ​ກ່າວ​ນັ້ນ​ ປະ​ທານ​ປະ​ເທດ​ມີ​ສິດ​ສະ​ເໜີ​ໃຫ້​ສະ​ພາ​ແຫ່ງ​ຊາດ​ພິ​ຈາ​ລະ​ນາ​ຄືນ​ໃໝ່​. ກົດ​ໝາຍ​ທີ່​ໄດ້​ນໍາ​ອອກ​ພິ​ຈາ​ລະ​ນາ​ຄືນ​ໃໝ່​ນັ້ນ​ ຖ້າ​ວ່າ​ສະ​ພາ​ແຫ່ງ​ຊາດ​ຫາກ​ຍັງ​ຕົກ​ລົງ​ຢັ້ງ​ຢືນ​ເອົາ​ຕາມ​ເດີມ​ແລ້ວ​ ປະ​ ທານ​ປະ​ເທດ​ກໍ​ຕ້ອງ​ປະ​ກາດ​ໃຊ້​ພາຍ​ໃນ​ກໍາ​ນົດ​ສິບ​ຫ້າ​ວັນ​.
ມາດຕາ​ 61. ບັນ​ດາ​ບັນ​ຫາ​ທີ່​ກ່ຽວ​ພັນ​ເຖິງ​ຊາ​ຕາ​ກໍາ​ຂອງ​ປະ​ເທດ​ຊາດ​ ແລະ​ ຜົນ​ປະ​ໂຫຍດ​ອັນ​ໃຫຍ່​ ຫຼວງ​ຂອງ​ປະ​ຊາ​ຊົນ​ ຕ້ອງ​ຜ່ານ​ສະ​ພາ​ແຫ່ງ​ຊາດ​ ຫຼື​ຄະ​ນະ​ປະ​ຈໍາ​ສະ​ພາ​ແຫ່ງ​ຊາດ​ ໃນ​ເວ​ລາ​ທີ່​ສະ​ພາ​ແຫ່ງ​ຊາດ​ບໍ່​ໄດ້​ ເປີ​ດກອງ​ປະ​ຊຸມ​.
ມາດ​ຕາ​ 62(ໃໝ່​). ສະ​ພາ​ແຫ່ງ​ຊາດ​ສ້າງ​ຕັ້ງ​ບັນ​ດາ​ກໍາ​ມາ​ທິ​ການ​ຂອງ​ຕົນ​ ຊ​ຶ່ງ​ມີ​ໜ້າ​ທີ່​ພິ​ຈາ​ລະ​ນາ​ຮ່າງ​ກົດ​ໝາຍ​ ແລະ​ຮ່າງ​ລັດ​ຖະ​ບັນ​ຍັດ​ ແລ້ວ​ນໍາ​ສະ​ເໜີ​ຕໍ່​ຄະ​ນະ​ປະ​ຈໍາ​ສະ​ພາ​ແຫ່ງ​ຊາດ​ ແລະ​ປະ​ ທານ​ປະ​ເທດ​ ພ້ອມ​ທັງ​ຊ່ວຍ​ສະ​ພາ​ແຫ່ງ​ຊາດ​ ແລະ​ຄະ​ນະ​ປະ​ຈໍາ​ສະ​ພາ​ແຫ່ງ​ຊາດ​ປະ​ຕິ​ບັດ​ສິ​ດກ​ວດ​ກາ​ການ​ເຄື່ອນ​ໄຫວ​ຂອງ ​ອົງ​ການ​ບໍ​ລິ​ຫານ​ສານ​ປະ​ຊາ​ຊົນ​ ແລະ​ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ​.

ມາດ​ຕາ​ 63(ໃໝ່​). ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ມີ​ສິດ​ຊັກ​ຖາມ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫ​ຼື​ສະ​ມາ​ຊິກ​ລັດ​ ຖະ​ບານ​, ປະ​ທານ​ສານ​ປະ​ຊາ​ຊົນ​ສູງ​ສຸດ​ ແລະ​ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ​. ບຸກ​ຄົນ​ທີ່​ຖືກ​ຊັກ​ຖາມ​ນັ້ນ​ ຕ້ອງ​ຊີ້​ແຈງ​ຕໍ່ກອງ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາດ​ດ້ວຍ​ວາ​ຈາ​ ຫຼື​ເປັນ​ລາຍ​ລັກ​ອັກ​ສອນ​.
ມາດ​ຕາ​ 64. ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ ຈະ​ບໍ່​ຖືກ​ດໍາ​ເນີນ​ຄະ​ດີ​ ຫຼື​ກັກ​ຂັງ​ ຖ້າ​ຫາກ​ບໍ່​ໄດ້​ຮັບ​ຄວາມ​ ເຫັນ​ດີ​ຂອງ​ສະ​ພາ​ແຫ່ງ​ຊາດ​ ຫຼື​ຂອງ​ຄະ​ນະ​ປະ​ຈໍາ​ສະ​ພາ​ແຫ່ງ​ຊາດ​ ໃນ​ເວ​ລາ​ທີ່​ສະ​ພາ​ແຫ່ງ​ຊາດ​ບໍ່​ໄດ້​ເປີ​ດກອງ​ປະ​ຊຸມ​.
ໃນ​ກໍ​ລະ​ນີ​ທີ່​ມີ​ການ​ກະ​ທໍາ​ຜິດ​ເຊິ່ງ​ໜ້າ​ ຫຼື​ຮີບ​ດ່ວນ​ນັ້ນ​ ອົງ​ການ​ທີ່​ກັກ​ຂັງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ ຕ້ອງ​ລາຍ​ງານ​ທັນ​ທີ​ໃຫ້​ສະ​ພາ​ແຫ່ງ​ຊາດ​ ຫຼື​ຄະ​ນະ​ປະ​ຈໍາ​ສະ​ພາ​ແຫ່ງ​ຊາດ​ໃນ​ເວ​ລາ​ທີ່​ສະ​ພາ​ແຫ່ງ​ຊາດ​ບໍ່​ໄດ້​ເປີ​ ດ​ ກອງ​ປະ​ຊຸມ​ເພື່ອ​ພິ​ຈາ​ລະ​ນາ​ຕົກ​ລົງ​. ການ​ສືບ​ສວນ​-ສອບ​ສວນ​ບໍ່​ເປັນ​ສາຍ​ເຫດ​ພາ​ໃຫ້​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ ຊາດ​ທີ່​ຖືກ​ດໍາ​ເນີນ​ຄະ​ດີ​ນັ້ນ​ ຂາດ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາດ​.

ໝວດທີ VI ປະທານປະເທດ

ມາດ​ຕາ 65. ປະ​ທານ​ປະ​ເທດ ເປັນ​ປະ​ມຸກ​ລັດ​ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ ຊາ​ຊົນ​ລາວ​, ເປັນ​ຜູ້​ຕາງ​ໜ້າ​ໃຫ້​ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ​ທັງ​ຢູ່​ພາຍ​ໃນ ແລະ​ຕ່າງ​ປະ ເທດ.
ມາດ​ຕາ 66(ໃໝ່​). ປະ​ທານ​ປະ​ເທດ ແມ່ນ​ສະ​ພາ​ແຫ່ງ​ຊາດ ເປັນ​ຜູ້​ເລືອກ​ຕັ້ງ​ໂດຍ​ໄດ້​ຮັບ ຄະ​ແນນ​ສຽງ​ຢ່າງ​ໜ້ອຍ​ສອງ​ສ່ວນ​ສາມ ຂອງ​ຈໍານວນ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ທີ່​ເຂົ້າ ຮ່ວ​ມກອງ​ປະ​ຊຸມ.
ປະ​ທານ​ປະ​ເທດ​ມີ​ອາ​ຍຸ​ການ​ເທົ່າ​ກັບ​ອາ​ຍຸ​ການ​ຂອງ​ສະ​ພາ​ແຫ່ງ​ຊາດ.
ມາດ​ຕາ 67(ໃໝ່​). ປະ​ທານ​ປະ​ເທດ ມີ​ສິດ ແລະ​ໜ້າ​ທີ່​ດັ່ງ​ນີ້​:
1.
ປະ​ກາດ​ໃຊ້​ລັດ​ຖະ​ທໍາ​ມະ​ນູນ​ແລະ​ກົດ​ໝາຍ​ທີ່​ສະ​ພາ​ແຫ່ງ​ຊາດ​ໄດ້​ຕົກ​ລົງ​ຮັບ​ຮອງ​ເອົາ​ແລ້ວ.
2.
ອອກ​ລັດ​ຖະ​ບັນ​ຍັດ ແລະ​ລັດ​ຖະ​ດໍາ​ລັດ.
3.
ສະ​ເໜີ​ການ​ແຕ່ງ​ຕັ້ງ​ ຫຼື​ປົດ​ຕໍາ​ແໜ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຕໍ່​ສະ​ພາ​ແຫ່ງ​ຊາດ ເພື່ອ​ພິ​ຈາ ລະ​ນາ​ຕົກ​ລົງ.
4.
ແຕ່ງ​ຕັ້ງ ຫຼື​ປົດ​ຕໍາ​ແໜ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​, ແຕ່ງ​ຕັ້ງ​, ຍົກ​ຍ້າຍ ຫຼື​ປົດ​ຕໍາ​ແໜ່ງ​ສະ​ມາ ຊິກ​ລັດ​ຖະ​ບານ ພາຍ​ຫຼັງ​ທີ່​ສະ​ພາ​ແຫ່ງ​ຊາດ​ໄດ້​ຮັບ​ຮອງ​ເອົາ​ແລ້ວ.
5.
ແຕ່ງ​ຕັ້ງ​ຫຼື​ປົດ​ຕໍາ​ແໜ່ງ​ຮອງ​ປະ​ທານ​ສານ​ປະ​ຊາ​ຊົນ​ສູງ​ສຸດ​ຕາມ​ການ​ສະ​ ເໜີ​ຂອງ​ປະ​ທານ​ສານ​ປະ​ຊາ​ຊົນ​ສູງ​ສຸດ​, ແຕ່ງ​ຕັ້ງ ຫຼື​ປົດ​ຕໍາ​ແໜ່ງ​ຮອງ​ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ ຕາມ​ການ​ສະ ເໜີ​ຂອງ​ໄອ​ຍະ​ການ ປະ​ຊາ​ຊົນ​ສູງ​ສຸດ.
6.
ແຕ່ງ​ຕັ້ງ​, ຍົກ​ຍ້າຍ ຫຼື​ປົດ​ຕໍາ​ແໜ່ງ​ເຈົ້າ​ແຂ​ວງ​, ເຈົ້າ​ຄອງ​ນະ​ຄອນ ຕາມ​ການ​ສະ​ເໜີ ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ.
7.
ເປັນ​ແມ່​ທັບ​ກໍາ​ລັງ​ປະກອບ​ອາ​ວຸດ​ປະ​ຊາ​ຊົນ.
8.
ຕ​ົກ​ລົງ​ເລ​ື່ອນ​ຊັ້ນ ຫຼື​ປົດ​ຊັ້ນ​ນາຍ​ພົນ​ຢູ່​ໃນ​ກໍາ​ລັງ​ປ້ອງ​ກັນ​ຊາດ​-ປ້ອງ​ກັນ​ຄວາມ​ສະ​ຫ​ງົບ ຕາມ​ການ​ສະ​ເໜີ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ.
9.
ຮຽກ​ໂຮມ ແລະ​ເປັນ​ປະ​ທາ​ນກອງ​ປະ​ຊຸມ​ພິ​ເສດ​ຂອງ​ລັດ​ຖະ​ບານ.
10.
ຕົກ​ລົງ​ປະ​ດັບ​ຫຼຽນ​ຄໍາ​ແຫ່ງ​ຊາດ​, ຫຼຽນ​ກຽດ​ຕິ​ຄຸນ​, ຫຼຽນ​ໄຊ ແລະ​ນາມ​ມະ​ຍົດ​ສູງ​ສຸດ ແຫ່ງ​ລັດ.
11.
ຕົກ​ລົງ​ການ​ໃຫ້​ອະ​ໄພ​ຍະ​ໂທ​ດ.
12.
ຕົກ​ລົງ​ການ​ລະ​ດົມ​ພົນ​ທົ່ວ​ໄປ ຫຼື​ເປັນ​ພາກ​ສ່ວນ​, ຕົກ​ລົງ​ພາ​ວະ​ສຸກ​ເສີນ​ໃນ​ທົ່ວ​ປະ​ເທດ ຫຼື​ໃນ​ທ້ອງ​ຖິ່ນ​ໃດ​ໜຶ່ງ.
13.
ປະ​ກາດ​ການ​ໃຫ້​ສັດ​ຕະ​ຍາບ​ັນ​  ຫຼື​ການ​ລົບ​ລ້າງ​ສົນ​ທິ​ສັນ​ຍາ ແລະ​ສັນ​ຍາ​ທີ່​ໄດ້​ເຊັນ ກັບ​ຕ່າງ​ປະ​ເທດ.
14.
ແຕ່ງ​ຕັ້ງ​ຜູ້​ຕາງ​ໜ້າ​ທີ່​ມີ​ອໍາ​ນາດ​ເຕັມ​ຂອງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ ລາວ ໄປ​ປະ​ຈໍາ​ຢູ່​ຕ່າງ​ປະ​ເທດ ຫຼື​ຮຽກ​ກັບ​ຄືນ​ປະ​ເທດ ຕາມ​ການ​ສະ​ເໜີ​ຂອງ​ນາ​ຍົກ​ລັດ ຖະ​ມົນ​ຕີ​, ຮັບ​ຮອງ​ເອົາ​ຜູ້​ຕາງ​ໜ້າ​ທີ່​ມີ​ອໍາ​ນາດ​ເຕັມ​ຂອງ​ຕ່າງ​ປະ​ເທດ ທີ່​ມາ​ປະ​ຈໍາ​ຢູ່​ສາ​ທາ ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ.
15.
ປະ​ຕິ​ບັດ​ສິດ ແລະ​ໜ້າ​ທີ່​ອື່ນໆ ຕາມ​ທີ່​ໄດ້​ກໍາ​ນົດ​ໄວ້​ໃນ​ກົດ​ໝາຍ.
ມາດ​ຕາ 68(ໃໝ່​). ປະ​ທານ​ປະ​ເທດ​ມີ​ຮອງ​ປະ​ທານ​ປະ​ເທດ ຊຶ່ງ​ແມ່ນ​ສະ​ພາ​ແຫ່ງ​ຊາດ​ ເປັນ​ຜູ້​ເລື​ອກ​ຕັ້ງ ໂດຍ​ໄດ້​ຮັບ​ຄະ​ແນນ​ສຽງ​ຫຼາ​ຍກ​ວ່າ​ເຄິ່ງ​ໜຶ່ງ ຂອງ​ຈໍານວນ​ສະ​ມາ​ຊິກ ສະ ພາ​ແຫ່ງ​ຊາດ ທີ່​ເຂົ້າ​ຮ່ວ​ມກອງ​ປະ​ຊຸມ.
ຮອງ​ປະ​ທານ​ປະ​ເທດ ປະ​ຕິ​ບັດ​ໜ້າ​ທີ່​ຕາມ​ການມອບ​ໝາຍ ຂອງ​ປະ​ທານ​ປະ​ເທດ ແລະ​ຕາງ​ໜ້າ​ໃຫ້​ປະ​ທານ​ປະ​ເທດ​ໃນ​ເວ​ລາ​ປະ​ທານ​ປະ​ເທດ​ຕິດ​ຂັດ.
ໝວດທີ VII ລັດຖະບານ
ມາດ​ຕາ 69. ລັດ​ຖະ​ບານ ແມ່ນ​ອົງ​ການ​ບໍ​ລິ​ຫານ​ແຫ່ງ​ລັດ.
ລັດ​ຖະ​ບານ ຄຸ້ມ​ຄອງ​ຢ່າງ​ເປັນ​ເອ​ກະ​ພາບ​ການ​ປະ​ຕິ​ບັດ​ໜ້າ​ທີ່​ຂອງ​ລັດ​ໃນ​ທຸກ​ດ້ານ​: ການ​ເມືອງ​, ເສດ​ຖະ​ກິດ​, ວັດ​ທະ​ນະ​ທໍາ​-ສັງ​ຄົມ​, ປ້ອງ​ກັນ​ຊາດ​-ປ້ອງ​ກັນ​ຄວາມ​ສະ​ຫ​ງົບ ແລະ​ການ​ຕ່າງ​ປະ​ເທດ.
ມາດ​ຕາ 70 (ໃໝ່​). ລັດ​ຖະ​ບານ​ມີ​ສິດ ແລະ​ໜ້າ​ທີ່​ດັ່ງ​ນີ້​:
1.
ປະ​ຕິ​ບັດ​ລັດ​ຖະ​ທໍາ​ມະ​ນູນ​, ກົດ​ໝາຍ ແລະ​ມະ​ຕິ​ຂອງ​ສະ​ພາ​ແຫ່ງ​ຊາດ​, ລັດ​ຖະ​ບັນ​ຍັດ ແລະ​ລັດ​ຖະ​ດໍາ​ລັດ​ຂອງ​ປະ​ທານ​ປະ​ເທດ.
2.
ສະ​ເໜີ​ຮ່າງ​ກົດ​ໝາຍ ແລະ​ຮ່າງ​ລັດ​ຖະ​ບັນ​ຍັດ​ຕໍ່​ສະ​ພາ​ແຫ່ງ​ຊາດ​, ຮ່າງ​ລັດ​ຖະ​ດໍາ​ລັດ​ຕໍ່​ປະ​ທານ​ປະ​ເທດ.
3.
ກໍາ​ນົດ​ແຜນ​ຢຸດ​ທະ​ສາດ​, ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ​-ສັງ​ຄົມ​ ແລະ​ແຜນ​ງົບ​ປະ​ມານ​ແຫ່ງ​ລັດ​ປະ​ຈໍາ​ປີ ແລ້ວ​ນໍາ​ສະ​ເໜີ​ໃຫ້​ສະ​ພາ​ແຫ່ງ​ຊາດ​ພິ​ຈາ​ລະ​ນາ ແລະ​ຮັບ​ຮອງ​ເອົາ.
4.
ລາຍ​ງານ​ການ​ເຄື່ອນ​ໄຫວ​ວຽກ​ງານ​ຂອງ​ຕົນ​ຕໍ່​ສະ​ພາ​ແຫ່ງ​ຊາດ​, ຕໍ່​ຄະ​ນະ​ປະ​ຈໍາ​ສະ​ພາ ແຫ່ງ​ຊາດ (ໃນ​ເວ​ລາ​ທີ່​ສະ​ພາ​ແຫ່ງ​ຊາດ​ບໍ່​ໄດ້​ເປີ​ດກອງ​ປະ​ຊຸມ​) ແລະ​ລາຍ​ງານ​ຕໍ່​ປະ​ທານ ປະ​ເທດ.
5.
ອອກ​ດໍາ​ລັດ​, ມະ​ຕິ​ຕົກ​ລົງ ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ລັດ​, ຄຸ້ມ​ຄອງ​ເສດ​ຖະ​ກິດ​-ສັງ​ຄົມ​, ວິ​ທະ​ຍາ​ສາດ​, ເຕັກ​ນິກ​, ເຕັກ​ໂນ​ໂລ​ຢີ​, ຊັບ​ພະ​ຍາກອນ​ແຫ່ງ​ຊາດ​, ສິ່ງ​ແວດ​ລ້ອມ​, ການ​ປ້ອງ​ກັນ​ຊາດ -ປ້ອງ​ກັນ​ຄວາມ​ສະ​ຫ​ງົບ ແລະ​ການ​ຕ່າງ​ປະ​ເທດ.
6.
ຈັດ​ຕັ້ງ​, ຊີ້​ນໍາ ແລະກ​ວດ​ກາ​ການ​ເຄື່ອນ​ໄຫວ​ຂອງ​ບັນ​ດາ​ຂະ​ແໜງ​ການ ແລະ​ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນ.
7.
ຈັດ​ຕັ້​ງ​  ແລະກ​ວດ​ກາ​ການ​ເຄື່ອນ​ໄຫວ​ຂອງ​ກໍາ​ລັງ​ປ້ອງ​ກັນ​ຊາດ​-ປ້ອງ​ກັນ​ຄວາມ​ສະ​ຫ​ງົບ.
8.
ຊັນ​ສົນ​ທິ​ສັນ​ຍາ​, ສັນ​ຍາ​ກັບ​ຕ່າງ​ປະ​ເທດ ແລະ​ຊີ້​ນໍາ​ການ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ແລະ​ສັນ​ຍາ​ທີ່​ໄດ້​ເຊັນ​ແລ້ວ.
9.
ງົດ​ການ​ປະ​ຕິ​ບັດ​, ລົບ​ລ້າງ ຫຼື​ຍົກ​ເລີກ​ຂໍ້​ຕົກ​ລົງ​, ຄໍາ​ສັ່ງ​ຂອງ​ກະ​ຊ​ວງ​, ອົງ​ການ​ທຽບ​ເທົ່າ ກະ​ຊ​ວງ​, ອົງ​ການ​ທີ່​ຂຶ້ນ​ກັບ​ລັດ​ຖະ​ບານ ແລະ​ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ທີ່​ຂັດ​ກັບ​ລະ​ບຽບ​ກົດ​ໝາຍ.
10.
ປະ​ຕິ​ບັດ​ສິດ ແລະ​ໜ້າ​ທີ່​ອື່ນໆ ຕາມ​ທີ່​ໄດ້​ກໍາ​ນົດ​ໄວ້​ໃນ​ກົດ​ໝາຍ.
ມາດ​ຕາ 71 (ໃໝ່​). ລັດ​ຖະ​ບານ ປະກອບ​ດ້ວຍ​ນາ​ຍົກ​ລັດ​ຖະ​ມົນ​ຕີ​, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລັດ ຖະ​ມົນ​ຕີ​ຫົວ​ໜ້າ​ອົງ​ການ​ທຽບ​ເທົ່າ​ກະ​ຊ​ວງ.
ລັດ​ຖະ​ບານ​ມີ​ອາ​ຍຸ​ການ ເທົ່າ​ກັບ​ອາ​ຍຸ​ການ​ຂອງ​ສະ​ພາ​ແຫ່ງ​ຊາດ.
ມາດ​ຕາ 72 (ໃໝ່​). ນາ​ຍົກ​ລັດ​ຖະ​ມົນ​ຕີ ແມ່ນ​ປະ​ທານ​ປະ​ເທດ​ເປັນ​ຜູ້​ແຕ່ງ​ຕັ້ງ ຫຼື​ປົດ​ຕໍາ​ແໜ່ງ ພາຍ​ຫຼັງ​ທີ່​ສະ​ພາ​ແຫ່ງ​ຊາດ​ໄດ້​ຮັບ​ຮອງ​ເອົາ​ແລ້ວ.
ມາດ​ຕາ 73 (ໃໝ່​). ນາ​ຍົກ​ລັດ​ຖະ​ມົນ​ຕີ​ເປັນ​ຫົວ​ໜ້າ​ລັດ​ຖະ​ບານ ແລະ​ຕາງ​ໜ້າ​ໃຫ້​ລັດ​ຖະ​ບານ ຊີ້ ນໍາ ແລະ​ອໍານວຍ​ຄ​ວບ​ຄຸມ​ວຽກ​ງານ​ຂອງ​ລັດ​ຖະ​ບານ​, ຊີ້​ນໍາ​ວຽກ​ງານ​ຂອງ​ກະ​ຊ​ວງ​, ອົງ​ການ​ທຽບ​ເທົ່າ​ກະ​ຊ​ວງ​, ທະບ​ວງ ແລະ​ອົງ​ການ​ອື່ນໆ ທີ່​ຂຶ້ນ​ກັບ​ລັດ​ຖະ​ບານ​, ຊີ້​ນໍາ​ວຽກ​ງານ​ຂອງ​ແຂ​ວງ ແລະ​ນະ ຄອນ.
ນາ​ຍົກ​ລັດ​ຖະ​ມົນ​ຕີ ແຕ່ງ​ຕັ້ງ​, ຍົກ​ຍ້າຍ ຫຼື​ປົດ​ຕໍາ​ແໜ່ງ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​, ຮອງ ຫົວ​ໜ້າ​ອົງ​ການ​ທຽບ​ເທົ່າ​ກະ​ຊ​ວງ​, ຫົວ​ໜ້າ​ທະບ​ວງ​, ຮອງ​ເຈົ້າ​ແຂ​ວງ​, ຮອງ​ເຈົ້າ​ຄອງ​ນະ​ຄອນ​, ເລື່ອນ ຊັ້ນ ຫຼື​ປົດ​ຊັ້ນ​ພັນ​ເອກ​ຂອງ​ກໍາ​ລັງ​ປ້ອງ​ກັນ​ຊາດ​-ປ້ອງ​ກັນ​ຄວາມ​ສະ​ຫ​ງົບ ແລະ​ຕໍາ​ແໜ່ງ​ອື່ນໆ​  ຕາມ​ທີ່​ໄດ້​ກໍາ​ນົດ​ໄວ້​ໃນ​ກົດ​ໝາຍ.
ບັນ​ດາ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເປັນ​ຜູ້​ຊ່ວຍ​ວຽກ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ​ຮັບ​ຜິດ​ຊອບ​ວຽກ ງານ​ໃດ​ໜຶ່ງ ຕາມ​ການມອບ​ໝາຍ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ. ເມື່ອ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຕິດ​ຂັດ ແມ່ນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຜູ້​ທີ່​ໄດ້​ຮັບມອບ​ໝາຍ ເປັນ​ຜູ້​ວ່າ​ການ​ແທນ.
ມາດ​ຕາ 74(ໃໝ່​). ລັດ​ຖະ​ບານ ຫຼື​ສະ​ມາ​ຊິກ​ລັດ​ຖະ​ບານ​ທ່ານ​ໃດ​ທ່ານ​ໜຶ່ງ ອາດ​ຈະ​ຖືກ​ສະ ພາ​ແຫ່ງ​ຊາດ​ພິ​ຈາ​ລະ​ນາ ແລະ​ລົງ​ມະ​ຕິ​ບໍ່​ໄວ້​ວາງ​ໃຈ ຖ້າ​ວ່າ​ຄະ​ນະ​ປະ​ຈໍາ​ສະ​ພາ​ແຫ່ງ​ຊາດ ຫຼື​ມີ​ຢ່າງ ໜ້ອຍ ໜຶ່ງ​ສ່ວນ​ສີ່​ຂອງ​ຈໍານວນ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ທັງ​ໝົດ​ຫາກ​ສະ​ເໜີ​ບັນ ​ຫາ​ນີ້​ຂຶ້ນ.
ໃນ​ໄລ​ຍະ​ເວ​ລາ​ຊາວ​ສີ່​ຊົ່ວ​ໂມງ ພາຍ​ຫຼັງ​ທີ່​ສະ​ພາ​ແຫ່ງ​ຊາດ ໄດ້​ລົງ​ມະ​ຕິ​ບໍ່​ໄວ້​ວາງ​ໃຈ​ແລ້ວ ປະ​ທານ​ປະ​ເທດ​ມີ​ສິດ​ສະ​ເໜີ​ໃຫ້​ສະ​ພາ​ແຫ່ງ​ຊາດ​ພິ​ຈາ​ລະ​ນາ​ຄືນ​ໃໝ່. ການ​ພິ​ຈາ​ລະ​ນາ​ເທື່ອ​ທີ​ສອງ​ຕ້ອງ​ຫ່າງ​ຈາກ​ການ​ພິ​ຈາ​ລະ​ນາ​ເທື່ອ​ທີ​ໜຶ່ງ ​ສີ່​ສິບ​ແປດ​ຊົ່ວ​ໂມງ. ຖ້າ​ວ່າ​ການ​ລົງ​ມະ​ຕິ​ເທື່ອ​ໃໝ່​ຫາກ​ບໍ່​ໄດ້​ຮັບ​ຄວາມ​ໄວ້​ວາງ​ໃຈ​ອີກ​ແລ້​ ວ​  ລັດ​ຖະ​ບານ ຫຼື​ສະ​ມາ​ຊິກ​ລັດ​ຖະ​ບານ​ທ່ານ​ນັ້ນ​ຕ້ອງ​ລາ​ອອກ.

ໝວດທີ VIII ການປົກຄອງທ້ອງຖິ່ນ

ມາດ​ຕາ 75 (ໃໝ່​). ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ ແບ່ງ​ການ​ປົກ​ຄອງ​ທ້ອງ​ຖິ່ນ ອອກ​ເປັນ​ສາມ​ຂັ້ນ​ຄື​: ຂັ້ນ​ແຂ​ວງ​, ຂັ້ນ​ເມື​ອງ ແລະ​ຂັ້ນ​ບ້ານ.
ຂັ້ນ​ແຂວ​ງ​  ມ​ີ​ແຂ​ວງ ແລະ​ນະ​ຄອນ.
ຂັ້ນ​ເມື​ອງ ມີ​ເມື​ອງ ແລະ​ເທດ​ສະ​ບານ.
ຂັ້ນ​ບ້ານ ມີ​ບ້ານ.
ແຂ​ວງ ມີ​ເຈົ້າ​ແຂ​ວງ​, ນະ​ຄອນ ມີ​ເຈົ້າ​ຄອງ​ນະ​ຄອນ​ເມື​ອງ ມີ​ເຈົ້າ​ເມືອງ​, ເທດ​ສະ​ບານ ມີ​ຫົວ​ໜ້າ​ເທດ​ສະ​ບານ​, ບ້ານ ມີ​ນາຍ​ບ້ານ.
ເຈົ້າ​ແຂ​ວງ ມີ​ຮອງ​ເຈົ້າ​ແຂ​ວງ​, ເຈົ້າ​ຄອງ​ນະ​ຄອນ ມີ​ຮອງ​ເຈົ້າ​ຄອງ​ນະ​ຄອນ​, ເຈົ້າ​ເມືອງ​ມີ ຮອງ​ເຈົ້າ​ເມືອງ​, ຫົວ​ໜ້າ ເທດ​ສະ​ບານ ມີ​ຮອງ​ຫົວ​ໜ້າ​ເທດ​ສະ​ບານ​, ນາຍ​ບ້ານ ມີ​ຮອງ​ນາຍ​ບ້ານ ເປັນ​ຜູ້​ຊ່ວຍ​ວຽກ.
ໃນ​ກໍ​ລະ​ນີ​ທີ່​ຈໍາ​ເປັນ​ອາດ​ຈະ​ສ້າງ​ຕັ້ງ​ເຂດ​ພິ​ເສດ​ຂຶ້ນ ຕາມ​ການ​ຕົກ​ລົງ​ຂອງ​ສະ​ພາ​ແຫ່ງ​ຊາດ.ເຂດ​ພິ​ເສດ​ມີ​ຖາ​ນະ ທຽບ​ເທົ່າ​ກັບ​ແຂ​ວງ.
ມາດ​ຕາ 76(ໃໝ່​). ເຈົ້າ​ແຂ​ວງ​, ເຈົ້າ​ຄອງ​ນະ​ຄອນ​, ເຈົ້າ​ເມືອງ​ມີ​ສິດ ແລະ​ໜ້າ​ທີ່​ລ​ວມ​ດັ່ງ​ນີ້​:
1.
ຮັບ​ປະ​ກັນ​ການ​ປະ​ຕິ​ບັດ​ລັດ​ຖະ​ທໍາ​ມະ​ນູນ ແລະ​ກົດ​ໝາຍ​, ຈັດ​ຕັ້ງ​ປະ​ຕິ​ບັດ​ທຸກ​ມະ​ຕິ​ຄໍາ​ສັ່ງ ທີ່​ຂັ້ນ​ເທິງ​ວາງ​ອອກ​ຢ່າງ ເຂັ້​ມງ​ວດ.
2.
ຊີ້​ນໍາ ແລະກ​ວດ​ກາ​ການ​ເຄື່ອນ​ໄຫວ​ຂອງ​ທຸກ​ຂະ​ແໜງ​ການ​, ທຸກ​ຂັ້ນ ທີ່​ຂຶ້ນ​ກັບ​ຂອບ​ເຂດ​ຄວາມ​ຮັບ​ຜິດ​ຊອບ​ຂອງ ຕົນ.
3.
ງົດ​ການ​ປະ​ຕິ​ບັດ​, ລົບ​ລ້າງ ຫຼື​ຍົກ​ເລີກ​ຂໍ້​ຕົກ​ລົງ​ຂອງ​ທຸກ​ຂະ​ແໜງ​ການ​  ທ​ີ່​ຢ​ູ່​ຂັ້ນ​ຂອງ​ຕົນ ຫຼື​ຂັ້ນ​ລຸ່ມ​ ທີ່​ຂັດ​ກັບ​ລະ ບຽບ​ກົດ​ໝາຍ.
4.
ຄຸ້ມ​ຄອງ​ພົນ​ລະ​ເມືອງ​, ພິ​ຈາ​ລະ​ນາ ແລະ​ແກ້​ໄຂ​ຄໍາ​ຮ້ອງ​ທຸກ ແລະ​ຄໍາ​ສະ​ເໜີ​ຂອງ​ປະ​ຊາ​ຊົນ ຢູ່​ໃນ​ຂອບ​ເຂດ ສິດ​ອໍາ​ນາດ​ຂອງ​ຕົນ ຕາມ​ທີ່​ໄດ້​ກໍາ​ນົດ​ໄວ້​ໃນ​ກົດ​ໝາຍ.
5.
ປະ​ຕິ​ບັດ​ສິດ ແລະ​ໜ້າ​ທີ່​ອື່ນໆ ຕາມ​ທີ່​ໄດ້​ກໍາ​ນົດ​ໄວ້​ໃນ​ກົດ​ໝາຍ.
ມາດ​ຕາ 77(ໃໝ່​). ຫົວ​ໜ້າ​ເທດ​ສະ​ບານ​ມີ​ສິດ ແລະ​ໜ້າ​ທີ່​ໃນ​ການ​ວາງ​ແຜນ​ການ​, ຈັດ​ຕັ້ງ​ປະ​ຕິ​ບັດ ແລະ​ຄຸ້ມ​ຄອງ​ການ ພັດ​ທະ​ນາ​ຕົວ​ເມືອງ​, ບໍ​ລິ​ການ​ສາ​ທາ​ລະ​ນະ​ໃຫ້​ທົ່ວ​ເຖິງ​, ມີ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​, ສະ​ອາດ ແລະ​ສວຍ​ງາມ​ໃນ ຂອບ​ເຂດ​ຕົວ​ເມື​ອງ ຕາມ​ທີ່​ໄດ້​ກໍາ​ນົດ​ໄວ້​ໃນ​ຜັງ​ເມື​ອງ​, ປະ​ຕິບ​ັດ​ສິ​ດ ແລະ​ໜ້າ​ທີ່​ອື່ນໆ ຕາມ​ທີ່​ໄດ້​ກໍາ​ນົດ​ໄວ້​ໃນ​ລະ​ບຽບ ກົດ​ໝາຍ.
ມາດ​ຕາ 78. ນາຍ​ບ້ານ​ມີ​ຄວາມ​ຮັບ​ຜິດ​ຊອບ​ຈັດ​ຕັ້ງ​ປະ​ຕິ​ບັດ​ລະ​ບຽບ​ກົດ​ໝາຍ ແລະ​ມະ​ຕິ​ຄໍາ​ສັ່ງ​ຂອງ​ລັດ​, ປົກ​ປັກ​ຮັກ ສາ​ຄວາມ​ສະ​ຫ​ງົບ​, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ຂອງ​ບ້ານ ແລະ​ພັດ​ທະ​ນາ​ບ້ານ​ໃຫ້​ມີ​ຄວາມ​ໜັກ​ແໜ້ນ ໃນ​ທຸກ​ດ້ານ.
               ໝວດທີ IX ສານປະຊາຊົນ ແລະອົງການໄອຍະການປະຊາຊົນ
ມາດ​ຕາ​ 79 (ໃໝ່​). ສານ​ປະ​ຊາ​ຊົນ​ແມ່ນ​ອົງ​ການ​ພິ​ພາກ​ສາ​ຂອງ​ລັດ​  ຊຶ່ງ​ປະກອບ​ດ້ວຍ​:
ສານ​ປະ​ຊາ​ຊົນ​ສູງ​ສຸດ​.
ສານ​ອຸ​ທອນ​.
ສານ​ປະ​ຊາ​ຊົນ​ແຂ​ວງ​, ນະ​ຄອນ​.
ສານ​ປະ​ຊາ​ຊົນ​ເມືອງ​.
ສານ​ທະ​ຫານ​.
ໃນ​ກໍ​ລະ​ນີ​ທີ່​ຈໍາ​ເປັນ​ ອາດ​ຈະ​ສ້າງ​ຕັ້ງ​ສານ​ສະ​ເພາະ​ ຕາມ​ຂະ​ແໜງ​ການ​ຂຶ້ນ​ກໍ​ໄດ້ ໂດຍ​ການ​ ຕົກ​ລົງ​ຂອງ​ຄະ​ນະ​ປະ​ຈໍາ​ສະ​ພາ​ແຫ່ງ​ຊາດ​.

ມາດ​ຕາ 80(ໃໝ່​). ສານ​ປະ​ຊາ​ຊົນ​ສູງ​ສຸດ​ ແມ່ນ​ອົງ​ການ​ພິ​ພາກ​ສາ​ສູງ​ສຸດ​ຂອງ​ລັດ​.
ສານ​ປະ​ຊາ​ຊົນ​ສູງ​ສຸດ​ ຄຸ້ມ​ຄອງ​ດ້ານ​ບໍ​ລິ​ຫານ​ຕໍ່​ສານ​ປະ​ຊາ​ຊົນ​ທຸກ​ຂັ້ນ​, ສານ​ທະ​ຫານ​ ແລະ ກ​ວດ​ກາ​ຄໍາ​ຕັດ​ສິນ​ຂອງ​ສານ​ດັ່ງ​ກ່າວ​.
ມາດ​ຕາ 81(ໃໝ່​). ຮອງ​ປະ​ທານ​ສານ​ປະ​ຊາ​ຊົນ​ສູງ​ສຸດ​ ແມ່ນ​ປະ​ທານ​ປະ​ເທດ​ເປັນ​ຜູ້​ແຕ່ງ​ຕັ້ງ​ ຫຼື ປົດ​ຕໍາ​ແໜ່ງ​  ຕາມ​ການ​ສະ​ເໜີ​ຂອງ​ປະ​ທານ​ສານ​ປະ​ຊາ​ຊົນ​ສູງ​ສຸດ​.
ບັນ​ດາ​ຜູ້​ພິ​ພາກ​ສາ​ຂອງ​ສານ​ປະ​ຊາ​ຊົນ​ສູງ​ສຸດ​, ປະ​ທານ​, ຮອງ​ປະ​ທານ​, ບັນ​ດາ​ຜູ້​ພິ​ພາກ​ສາ​ຂອງ​ສານ​ອຸ​ທອນ​, ປະ​ທານ​, ຮອງ​ປະ​ທານ​ ແລະ​ບັນ​ດາ​ຜູ້​ພິ​ພາກ​ສາ​ຂອງ​ສານ​ປະ​ຊາ​ຊົນ​ແຂ​ວງ​, ນະ​ຄອນ​, ເມືອງ​, ຫົວ​ໜ້າ​, ຮອງ​ຫົວ​ໜ້າ ແລະ​ບັນ​ດາ​ຜູ້​ພິ​ພາກ​ສາ​ຂອງ​ສານ​ທະ​ຫານ​ ແມ່ນ​ຄະ​ນະ​ປະ​ຈໍາ​ສະ​ພາ​ແຫ່ງ​ຊາດ​ເປັນ​ຜູ້​ແຕ່ງ​ຕັ້ງ​, ຍົກ​ຍ້າຍ​ ຫຼື​ປົດ​ຕໍາ​ແໜ່ງ​ຕາມ​ການ​ສະ​ເໜີ​ຂອງ​ປະ​ທານ​ສານ​ປະ​ຊາ​ຊົນ​ສູງ​ສຸດ.
ມາດ​ຕາ 82. ສານ​ປະ​ຊາ​ຊົນ​ພິ​ຈາ​ລະ​ນາ​ຕັດ​ສິນ​ເປັນ​ໝູ່​ຄະ​ນະ​. ໃນ​ເວ​ລາ​ພິ​ຈາ​ລະ​ນາ​ຕັດ​ສິນ​ ຜູ້​ພິ ພາກ​ສາ​ຕ້ອງ​ເປັນ​ເອ​ກະ​ລາດ​ ແລະ​ມີ​ແຕ່​ປະ​ຕິ​ບັດ​ຕາມ​ກົດ​ໝາຍ​ເທົ່າ​ນັ້ນ​.
ມາດ​ຕາ 83. ການ​ໄຕ່​ສວນ​ຄະ​ດີ​ໃນ​ທີ່​ປະ​ຊຸມ​ສານ​ ຕ້ອງ​ດໍາ​ເນີນ​ຢ່າງ​ເປີດ​ເຜີຍ​ ເວັ້ນ​ເສຍ​ແຕ່​ກໍ​ລະ​ນີ​ທີ່​ໄດ້​ກໍາ​ນົດ​ໄວ້​ໃນ​ກົດ​ໝາຍ​. ຜູ້​ຖືກ​ຫາ​ມີ​ສິດ​ຕໍ່​ສູ້​ຄະ​ດີ​ທີ່​ຕົນ​ຖືກ​ກ່າວ​ຟ້ອງ​, ທະ​ນາຍ​ຄວາມ​ມີ​ສິດ​ຊ່ວຍ​ເຫຼືອ​ທາງ​ດ້ານ​ກົດ​ໝາຍ​ແກ່​ຜູ້​ຖືກ​ກ່າວ​ຟ້ອງ.
ມາດ​ຕາ 84. ຜູ້​ຕາງ​ໜ້າ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສັງ​ຄົມ​ ມີ​ສິດ​ເຂົ້າ​ຮ່​ວມ​ໃນ​ການ​ດໍາ​ເນີນ​ຄະ​ດີ​ຢູ່​ສານ​ ຕາມ​ທີ່​ໄດ້​ກໍາ​ນົດ​ໄວ້​ໃນ​ກົດ​ໝາຍ​.
ມາດ​ຕາ 85(ໃໝ່​). ຄໍາ​ຕັດ​ສິນ​ຂອງ​ສານ​ປະ​ຊາ​ຊົນ​ທີ່​ໃຊ້​ໄດ້​ຢ່າງ​ເດັດ​ຂາດ​ແລ້ວ​ນັ້ນ​ ທຸກ​ອົງ​ການ​ຈັດ​ ຕັ້ງ​ພັກ​, ອົງ​ການ​ຈັດ​ຕັ້ງ​ລັດ​, ແນວ​ລາວ​ສ້າງ​ຊາດ​ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ​, ອົງ​ການ​ຈັດ​ຕັ້ງ​ສັງ​ຄົມ​ ແລະ​ພົນ​ລະ​ເມືອງ​ທຸກ​ຄົນ​ ຕ້ອງ​ເຄົາ​ລົບ​, ບຸກ​ຄົນ​ ແລະ​ອົງ​ການ​ຈັດ​ຕັ້ງ​ທີ່​ມີ​ສ່ວນ​ກ່ຽວ​ຂ້ອງ​ ຕ້ອງ​ປະ​ຕິ ບັດ​ຢ່າງ​ເຂັ້​ມງ​ວດ​.
ມາດ​ຕາ 86(ໃໝ່​). ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ​ ແມ່ນ​ອົງ​ການ​ຕິດ​ຕາ​ມກ​ວດ​ກາ​ການ​ປະ​ຕິ​ບັດ​ກົດ​ ໝາຍ​ ຊຶ່ງ​ປະກອບ​ດ້ວຍ​:
ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ​.
ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ​ຂັ້ນ​ອຸ​ທອນ.
ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ​ແຂ​ວງ​, ນະ​ຄອນ​.
ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ​ເມືອງ.
ອົງ​ການ​ໄອ​ຍະ​ການ​ທະ​ຫານ.
ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ​ມີ​ສິດ​ ແລະ​ໜ້າ​ທີ່​ດັ່ງ​ນີ້​:             
ຕິດ​ຕາ​ມກ​ວດ​ກາ​ການ​ເຄົາ​ລົບ​ລະ​ບຽບ​ກົດ​ໝາຍ​ຢ່າງ​ຖືກ​ຕ້ອງ ແລະ​ເປັນ​ເອ​ກະ​ພາບ​ຢູ່​ໃນ ທຸກ​ກະ​ຊ​ວງ​, ອົງ​ການ​ທຽບ​ເທົ່າ​ກະ​ຊ​ວງ​, ອົງ​ການ​ທີ່​ຂຶ້ນ​ກັບ​ລັດ​ຖະ​ບານ​, ແນວ​ລາວ​ສ້າງ ຊາດ​, ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ​, ອົງ​ການ​ຈັດ​ຕັ້ງ​ສັງ​ຄົມ​, ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນ​, ວິ​ສາ ຫະ​ກິດ​, ລັດ​ຖະກອນ ແລະ​ພົນ​ລະ​ເມືອງ.ປ​ະ​ຕິ​ບັດ​ສິດ​ກ່າວ​ຟ້ອງ.
ມາດ​ຕາ 87(ໃໝ່​). ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ​ ຊີ້​ນໍາ​ການ​ເຄື່ອນ​ໄຫວ​ຂອງ​ອົງ​ການ​ໄອ​ຍະ​ການ​ປະ ຊາ​ຊົນ​ທຸກ​ຂັ້ນ​.
ຮອງ​ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ​ແມ່ນ​ປະ​ທານ​ປະ​ເທດ​ເປັນ​ຜູ້​ແຕ່ງ​ຕັ້ງ​ ຫຼື​ ປົດ​ຕໍາ​ແໜ່ງ​ຕາມ​ການ​ສະ​ເໜີ​ຂອງ​ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ​.
ໄອ​ຍະ​ການ​ປະ​ຊາ​ຊົນ​ ແລະ​ຮອງ​ໄອ​ຍະ​ການ​ປະ​ຊາ​ຊົນ​ຂັ້ນ​ອຸ​ທອນ​, ແຂ​ວງ​, ນະ​ຄອນ​, ເມືອງ​, ໄອ​ຍະ​ການ​ທະ​ຫານ​ ແມ່ນ​ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ​ ເປັນ​ຜູ້​ແຕ່ງ​ຕັ້ງ​, ຍົກ​ຍ້າຍ​ ຫຼື​ປົດ​ຕໍາ​ແໜ່ງ​.
ມາດ​ຕາ 88(ໃໝ່​). ໃນ​ເວ​ລາ​ປະ​ຕິ​ບັດ​ໜ້າ​ທີ່​ຂອງ​ຕົນ​ນັ້ນ​ ໄອ​ຍະ​ການ​ປະ​ຊາ​ຊົນ​ມີ​ແຕ່​ປະ​ຕິ​ບັດ​ຕາມ​ ກົດ​ໝາຍ​ ແລະ​ຄໍາ​ສັ່ງ​ຂອງ​ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ​ເທົ່າ​ນັ້ນ​.

ໝວດທີ X ພາສາ, ອັກສອນ, ເຄື່ອງໝາຍຊາດ, ທຸງຊາດ, ເພັງຊາດ, ວັນຊາດ, ສະກຸນເງິນ ແລະນະຄອນຫລວງ

ມາດ​ຕາ 89. ພາ​ສາ ແລະ​ອັກ​ສອນ​ລາວ​ເປັນ​ພາ​ສາ​ ແລະ​ອັກ​ສອນ​ທີ່​ໃຊ້​ເປັນ​ທາງ​ການ​.
ມາດ​ຕາ 90. ເຄື່ອງ​ໝາຍ​ຊາດ​ຂອງ​ສາ​ທາ​ລະ​ນະ​ລັດ​ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ​ ເປັນ​ຮູບ​ວົງ​ມົນ​ ດ້ານ​ລຸ່ມ​ມີ​ຮູບ​ເຄິ່ງ​ກົງ​ຈັກ​ເປັນ​ແຂ້ວ​ ແລະ​ໂບ​ສີ​ແດງ​ຂຽນ​ອັກ​ສອນ​ " ສາ​ທາ​ລະ​ນະ​ລັດ​ ປະ​ຊາ​ທິ ປະ​ໄຕ ປະ​ຊາ​ຊົນ​ລາວ​ ", ສອງ​ຂ້າງ​ອ້ອມ​ດ້ວຍ​ຮ​ວງ​ເຂົ້າ​ສຸກ​ເປັນ​ຮູບ​ເຟື້ອງ​ພະ​ຈັນ​ ແລະ​ໂບ​ສີ​ແດງ​ຂຽນ​ອັກ​ສອນ​ " ສັນ​ຕິ​ພາບ​, ເອ​ກະ​ລາດ​, ປະ​ຊາ​ທິ​ປະ​ໄຕ​, ເອ​ກະ​ພາບ​, ວັດ​ທະ​ນະ​ຖາວອນ​ "ລະ​ຫ​ວ່າງ​ກາງ​ ຂອງ​ສອງ​ປາຍ​ຮ​ວງ​ເຂົ້າ​ມີ​ຮູບ​ທາດ​ຫຼວງ​, ຢູ່​ກາງ​ຮູບ​ວົງ​ມົນ​ມີ​ຫົນ​ທາງ​, ທົ່ງ​ນາ​, ປ່າ​ໄມ້ ແລະ​ເຂື່ອນ​ໄຟ​ຟ້າ​ນໍ້າ​ຕົກ​.
ມາດ​ຕາ 91. ທຸງ​ຊາດ​ຂອງ​ສາ​ທາ​ລະ​ນະ​ລັດ​ ປ​ະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ​ ແມ່ນ​ທຸງ​ພື້ນ​ສີ​ຄາມ​, ແຂບ​ສີ​ແດງ​ ແລະ​ວົງ​ເດືອນ​ສີ​ຂາວ​ຢູ່​ເຄິ່ງ​ກາງ​ຂອງ​ທຸງ​ຊາດ​. ລ​ວງ​ກ​ວ້າງ​ຂອງ​ທຸງ​ເທົ່າ​ກັບ​ສອງ​ສ່ວນ​ ສາມ​ຂອງ​ລ​ວງ​ຍາວ​, ລວງ​ກວ້າງ​ຂອງ​ແຂບ​ສີ​ແດງ​ແຕ່​ລະ​ເບື້ອງ​ເທົ່າ​ກັບ​ເຄິ່ງ​ໜຶ່ງ​ຂອງ​ລວງ​ ກວ້າງ​ແຂບ​ສີ​ຄາມ​ ແລະ​ວົງ​ເດືອນ​ສີ​ຂາວ​ ກ​ວ້າງ​ເທົ່າ​ກັບ​ສີ່​ສ່ວນ​ຫ້າ​ຂອງ​ລ​ວງ​ກ​ວ້າງ​ແຂບ​ສີ​ຄາມ​.
ມາດ​ຕາ 92. ເພງ​ຊາດ​ຂອງ​ສາ​ທາ​ລະ​ນະ​ລັດ​ ປ​ະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ​ ແມ່ນ​ເພງ​ທີ່​ມີ​ຊື່​ວ່າ​  " ຊາດ​ລາວ​ ".
ມາດ​ຕາ 93(ໃໝ່​). ວັນ​ຊາດ​ຂອງ​ສາ​ທາ​ລະ​ນະ​ລັດ​ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ​ ແມ່ນ​ວັນ​ສະ ຖາ​ປະ​ນາ​ ສ​າ​ທາ​ລະ​ນະ​ລັດ​ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ​ ຄື​: ວັນ​ທີ 2 ເດືອນ​ ທັນ​ວາ ປີ 1975.

ມາດ​ຕ​າ​ 94(ໃໝ່​). ສະ​ກຸນ​ເງິນ​ຂອງ​ສາ​ທາ​ລະ​ນະ​ລັດ​ ປ​ະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ​ ແມ່ນ​ເງິນ​ກີບ​.
ມາດ​ຕາ 95. ນະ​ຄອນ​ຫຼວງ​ຂອງ​ສາ​ທາ​ລະ​ນະ​ລັດ​ ປ​ະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ​ ແມ່ນ​ນະ ຄອນ​ຫຼວງ​ວຽງ​ຈັນ​

ໝວດທີ XI ບົດບັນຍັດສຸດທ້າຍ

ມາດ​ຕາ  96(ໃໝ່​). ລັດ​ຖະ​ທໍາ​ມະ​ນູນ​ ຂອງ​ສາ​ທາ​ລະ​ນະ​ລັດ​ ປະ​ຊາ​ທິ​ປະ​ໄຕ​ ປະ​ຊາ​ຊົນ​ລາວ​ ແມ່ນ​ກົດ​ໝາຍ​ພື້ນ​ຖານ​ຂອງ​ຊາດ​. ທຸກ​ກົດ​ໝາຍ​ຕ້ອງ​ໃຫ້​ສອດ​ຄ່ອງ​ກັບ​ລັດ​ຖະ​ທໍາ​ມະ​ນູນ​.  
ມາດ​ຕາ​ 97. ມີ​ແຕ່ກອງ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາດ​ ແຫ່ງ​ສາ​ທາ​ລະ​ນະ​ລັດ​ ປະ​ຊາ​ທິ​ປະ​ໄຕ​ ປະ​ຊາ​ຊົນ​ລາວ​ ເທົ່າ​ນັ້ນ​ຈຶ່ງ​ມີ​ສິດ​ປ່ຽນ​ແປງ​ລັດ​ຖະ​ທໍາ​ມະ​ນູນ​. ໃນ​ການ​ປ່ຽນ​ແປງ​ລັດ​ຖະ​ທໍາ​ມະ​ນູນ​ຕ້ອງ​ມີ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ ຊາດ​ ຢ່າງ​ໜ້ອຍ​ສອງ​ສ່ວນ​ສາມ​ຂອງ​ຈໍານວນ​ສະ​ມາ​ຊິກ​ທັງ​ໝົດ​ ເປັນ​ຜູ້​ລົງ​ຄະ​ແນນ​ສຽງ​ເຫັນ​ດີ.
ມາດ​ຕາ 98(ໃໝ່​). ລັດ​ຖະ​ທໍາ​ມະ​ນູນ​ສະ​ບັບ​ນີ້​ ມີ​ຜົນ​ສັກ​ສິດ​ນັບ​ແຕ່​ວັນ​ປະ​ທານ​ປະ​ເທດ​ແຫ່ງ​ ສາ​ທາ​ລະ​ນະ​ ລັດ​ ປະ​ຊາ​ທິ​ປະ​ໄຕ​ ປະ​ຊາ​ຊົນ​ລາວ​ ອອກ​ລັດ​ຖະ​ດໍາ​ລັດ​ປະ​ກາດ​ໃຊ້​ເປັນ​ຕົ້ນ​ໄປ